“ວັນ Busan 2015” ຢູ່ນະຄອນໂຮ່ຈິມິນ

“ວັນ Busan 2015” ຢູ່ນະຄອນໂຮ່ຈິມິນ - ảnh 1
“ວັນ Busan 2015” ຢູ່ນະຄອນໂຮ່ຈິມິນ
(ພາບ: hiec.org.vn)


​​(vovworld) - ​ ​ເນື່ອງ​​ໃນ​ໂອກາດ​ສະ​ເຫຼີມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ນະຄອນ​​ໂຮ່ຈິ​ມິນ ​ແລະ ນະຄອນ Busan, ສ.​ເກົາຫຼີ, ວັນ​ທີ 24/07, ຢູ່​ຫໍ​ວັດທະນະທຳ​ຊາວ​ໜຸ່ມ, ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ແລະ ນະຄອນ Busan ​ໄດ້​ຈັດ “ວັນ Busan 2015” ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ໄວ​ໜຸ່ມ, ນັກ​ສຶກສາ, ນັກຮຽນ ​ແລະ ປະຊາຊົນເປັນ​ສຳນວນ​ຫຼວງ​ຫຼາຍ. ກ່າວ​ຄຳ​ເຫັນ​ໄຂ​ພິທີ, ທ່ານ Suh Byung Soo, ​​ເຈົ້າ​ຄອງ​ນະຄອນ Busan ຢືນຢັນ​ວ່າ: ຜ່ານ​ໄລຍະ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ມິດຕະພາບ​ລະ​ຫວ່າງ 2 ນະຄອນ, ການ​ພົວພັນ​ນີ້​ນັບ​ມື້ນັບ​​ໄດ້​ຮັບ​ການ​ປັບປຸງ, ເພີ່ມ​ພູນ​ຄຸນ​ສ້າງ ​ແລະ ພັດທະນາ​​ຢ່າງບໍ່​ຢຸດ​ຢັ້ງ. “ວັນ Busan 2015” ຢູ່​ນະຄ​ອນ​ໂຮ່ຈິ​ມິນ ​ໄດ້​ຈັດ​ຕັ້ງ​ດ້ວຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ອຸດົມສົມ​ບຸນ, ​ດຶງ​ດູດ​ໃຈ ຈະ​​ແມ່ນ​ຂົວ​ເຊື່ອມ​ຕໍ່​ເພື່ອ​ຮັດ​​ແໜ້ນ​ການ​ພົວພັນ​ລະ​ຫວ່າງ 2 ນະຄອນ, ພ້ອມ​ທັງ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ຂອງ​ປະຊາຊົນ 2 ປະ​ເທດ.

        ບັນດາ​ການ​ເຄື່ອນ​ໄຫວ​ໃນວັນ​ບຸນ​ໄດ້​ດຳ​ເນີນ​ໄປ​​ຢ່າງຟົດຟື້ນ, ອຸດົມສົມບູນ ດ້ວຍ​ບັນດາ​ຮ້ານ​ສາງ​ສະ​ແດງ​ສິນຄ້າ​​ສະ​ເພາະ​ຄື: ​ໂຄສະນາ​ກ່ຽວ​ກັບ​ນະຄອນ Busan, ​ເຂດ​ວັດທະນະທຳ, ອາຫານ​ພື້ນ​ເມືອງ​ຂອງ​ສ.​ເກົາຫຼີ, ບັນດາ​ລາຍການ​ສະ​ແດງ​ສິລະ​ປະ, ນຸ່ງ​ຊຸດ​ອາພ​ອນສ.​ເຫົາ​ຫຼີ, ການ​ລະ​ຫຼິ້ນ​ພື້ນ​ເມືອງ Yutnori…

ຂ່າວ/ບົດ​ອື່ນ