ວັນ Yoga ສາກົນ ຢູ່ຫວຽດນາມ ຄັ້ງທີ 3 ປີ 2017 ດຳເນີນ ຢູ່ 9 ແຂວງ, ນະຄອນ

(VOVWORLD) -ຕອນບ່າຍວັນທີ 13 ມິຖຸນາ, ທ່ານ Parvathaneni Harish ເອກອັກຄະລັດຖະທູດ ອິນເດຍ ປະຈຳຫວຽດນາມ ໃຫ້ຮູ້ວ່າ: ວັນ Yoga ສາກົນຢູ່ ຫວຽດນາມ ຄັ້ງທີ 3 ປີ 2017 ຈະດຳເນີນຢູ່ 9 ແຂວງ, ນະຄອນ ໃນທົ່ວປະເທດ.
ວັນ Yoga ສາກົນ ຢູ່ຫວຽດນາມ ຄັ້ງທີ 3 ປີ 2017 ດຳເນີນ ຢູ່ 9 ແຂວງ, ນະຄອນ - ảnh 1ພາບປະກອບ 

ໂຄງການດັ່ງກ່າວແມ່ນນອນໃນບັນດາເຫດການຂ່ຳນັບຮັບຕ້ອນປີ ມິດຕະພາບ ຫວຽດນາມ - ອິນເດຍ ເນື່ອງໃນໂອກາດສະເຫລີມສະຫລອງ 45 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ອິນເດຍ (7/1/1972-7/1/2017) ແລະ 10 ປີແຫ່ງວັນສ້າງການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງສອງປະເທດ (2007-2017). ຄະນະຈັດຕັ້ງໄດ້ເລືອກເອົາວັນທີ 17 ມິຖຸນາ ແມ່ນວັນທ້າຍອາທິດເພື່ອໄຂເຫດການສະເຫລີມສະຫລອງວັນ Yoga ສາກົນ ຢູ່ ຫວຽດນາມ ຄັ້ງທີ 3 ທີ່ນະຄອນຫລວງ ຮ່າໂນ້ຍ ໂດຍມີ 1000 ຄົນເຂົ້າຮ່ວມ. ສ່ວນຢູ່ ນະຄອນໂຮ່ຈິມີນ ລາຍການດັ່ງກ່າວຄາດວ່າດຳເນີນໃນວັນທີ 25 ມິຖຸນາ ແລະ ດຶງດູດ 2000 ຄົນເຂົ້າຮ່ວມ. 7 ແຂວງ, ນະຄອນ ໃນທົ່ວປະເທດກໍ່ຈະໄດ້ຈັດຕັ້ງບັນດາການເຄື່ອນໄຫວຕອບສະຫນອງວັນ Yoga ສາກົນ ຢູ່ ຫວຽດນາມ ຄັ້ງທີ 3 ຊື່ງລວມມີ: ຫວີງຟຸກ, ນະຄອນ ວີງ, ດາຫນັງ, ນະຄອນ ຍາຈາງ, ລອງອານ, ດົງນາຍ ແລະ ເກີນເທີ ແຕ່ວັນທີ 17/6-2/7.

ຕອບກັບ

ຂ່າວ/ບົດ​ອື່ນ