ວັນຄອບຄົວຫວຽດນາມມີຫົວຂໍ້ “ຄອບຄົວແມ່ນບ່ອນອີງແຫ່ງຄວາມຮັກ”

(VOVWORLD) -ວັນທີ 22 ມິຖຸນາ, ຢູ່ສູນວາງສະແດງວັດທະນະທຳສິລະປະຫວຽດນາມ, ທີ່ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ໄດ້ໄຂວັນບຸນຄອບຄົວຫວຽດນາມ ປີ 2018 ດ້ວຍຫົວຂໍ້ວ່າ “ຄອບຄົວແມ່ນບ່ອນອີງແຫ່ງຄວາມຮັກ” ເພື່ອແນໃສ່ສະໜັບສະໜູນ ແລະ ສະເຫຼີມສະຫຼອງວັນຄອບຄົວຫວຽດນາມ 28 ມິຖຸນາ.

ວັນຄອບຄົວຫວຽດນາມມີຫົວຂໍ້ “ຄອບຄົວແມ່ນບ່ອນອີງແຫ່ງຄວາມຮັກ” - ảnh 1ວັນຄອບຄົວຫວຽດນາມມີຫົວຂໍ້ “ຄອບຄົວແມ່ນບ່ອນອີງແຫ່ງຄວາມຮັກ”

(ພາບ: TTXVN)

ວັນບຸນຄອບຄົວຫວຽດນາມ ປີ 2018 ລວມມີການເຄື່ອນໄຫວຫຼາຍຢ່າງ, ດ້ວຍຫົວຂໍ້ “ຄອບຄົວແມ່ນບ່ອນອີງແຫ່ງຄວາມຮັກ” ຄື: ງານວາງສະແດງ “ແມ່ - ລູກ, ບົດກະວີ, ດົນຕີ - ຊີວິດ”, “ບ່ອນອີງແຫ່ງຄວາມຮັກ”; ວາງສະແດງບັນດາຜະລິດຕະພັນສິລະປະທີ່ໄດ້ຮັບລາງວັນສູງທີ່ການເສັງພາບຖ່າຍ “ບັນດາຄອບຄົວມີຄວາມສະເໝີພາບຫວຽດນາມ”. ນອກຈາກນັ້ນ, ວັນບຸນຍັງມີບັນດາເຂດວາງສະແດງ “ຜະລິດຕະພັນຍອດຢ້ຽມຂອງວົງຕະກຸນອາຊີບ ແລະ ໝູ່ບ້ານອາຊີບທີ່ເປັນມູນເຊື້ອຫວຽດນາມ.” … ວັນຄອບຄົວຫວຽດນາມ 2018 ດຳເນີນໃນລະຫວ່າງວັນທີ 22 – 24 ມິຖຸນາ.

ຕອບກັບ

ຂ່າວ/ບົດ​ອື່ນ