ວັນທີ 16/7 ຈະໄຂວາລະປະຊຸມຄັ້ງທີ 9 ຄະນະປະຈຳສະພາແຫ່ງຊາດຊຸດທີ 13

ວັນທີ 16/7 ຈະໄຂວາລະປະຊຸມຄັ້ງທີ 9 ຄະນະປະຈຳສະພາແຫ່ງຊາດຊຸດທີ 13 - ảnh 1
ທີ່ວາລະ​ປະຊຸມຄັ້ງ​ທີ 8 ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ
( ພາບປະກອບ )


(vovworld) – ​ ຕາມ​ການ​ຄາດ​ຄະ​ເນ​ແລ້ວ, ​ໃນ​ວາລະ​ປະຊຸມຄັ້ງ​ທີ 9 ທີ່ຈະ​ດຳ​ເນີນ​ແຕ່​ວັນ​ທີ 16 – 17/7, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຈະ​ພິຈາລະນາ, ​ໃຫ້​ຄຳ​ເຫັນ​​ແກ່ບາງ​ເນື້ອ​ໃນ​ທີ່​ສຳຄັນ, ​ໃນ​ນັ້ນມີ​ການ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມທ່ີວາລະ​ປະຊຸມ​ຄັ້ງ​ທີ 10 ​ແລະ ບົດ​ລາຍ​ງານ​ລວບ​ລວມຄວາມ​ເຫັນ ​ທີ​ສະ​ເໜີ​ດຳ​ເນີນ​ການອະພິປາຍ​ທີ່​ສະພາ​ຊົນ​ເຜົ່າ ​ແລະ ບັນດາ​ຄະນະ​ກຳ​ມາ​ທິການ​ສະພາ​ແຫ່ງ​ຊາດ​ໃນ​ຊຸມ​ເດືອນ​ທີ່ຍັງ​​ເຫຼືອ​ຂອງ​ປີ 2012, ຕີ​ລາຄາ​ໝາກຜົນ​ຂ​ອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 3, ສະພາ​ແຫ່ງ​ຊາດ​ຫວຽດນາມຊຸດ​ທີ 13 ​ແລະ ​ໃຫ້​ຄຳ​ຄິດ​ຄຳ​ເຫັນ​ເບື້ອງ​ຕົ້ນ​ກ່ຽວ​ກັບການ​ກະກຽມກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 4, ສະພາ​ແຫ່ງ​ຊາດ​ຫວຽດນາມຊຸດ​ທີ 13 ຮັບຮອງ​ເອົາຮ່າງ ລັດຖະບັນຍັດສະບັບປັບປຸງ, ​ເພີ່ມ​ເຕີມບາງ​ຂໍ້ມາດຕາຂອງລັດຖະບັນຍັດສຳລັບ​ຜູ​້ມີ​ຄຸນງາມຄວາມ​ດີ​ຕໍ່​ການ​ປະຕິວັດ. ພ້​ອມທັງ,​​ ໃຫ້​ຄຳ​ເຫັນ​ຕໍ່​​ໃບສະ​ເໜີ​ຂອງ​ລັດ​ຖະບານ​ກ່ຽວ​ກັບ​ເລື່ອງ​ ຂໍອະ​ນຸ​ຍາດ​ໃຫ້​ສ້າງ​ຕັ້ງນະຄອນ Ba Ria ທີ່ຂຶ້ນ​ກັບ​ແຂວງ Ba Ria – Vung Tau ​ໃນ​ໄລຍະ​ປະຕິບັດ​ທົດ​ລອງ​ບໍ່​ຈັດ​ສະພາ​ປະຊາຊົນ​ເມືອງ, ຕາ​ແສງ, ບ້ານ ​ແລະ ບາງ​ເນື້ອ​ໃນ​ອື່ນ​ໆ​ອີກ.

ຂ່າວ/ບົດ​ອື່ນ