ວັນທີ 19 ມັງກອນ: ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອ ໂຄວິດ-19 ຫຼາຍກ່ວາ 33.000 ຄົນ ໄດ້ຮັບການປິ່ນປົວຫາຍດີ

(VOVWORLD) -ຮອດຕອນບ່າຍວັນທີ 19 ມັງກອນ, ຫວຽດນາມ ສັກວັກຊີນປ້ອງກັນພະຍາດໂຄວິດ-19 ໄດ້ຫຼາຍກ່ວາ 171,6 ລ້ານໂດສ, ໃນນັ້ນ ສັກວັກຊິນເຂັມທີ 1 ໃຫ້ປະຊາຊົນໄວ 18 ປີຂຶ້ນໄປບັນລຸອັດຕາ 100%
ວັນທີ 19 ມັງກອນ: ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອ ໂຄວິດ-19  ຫຼາຍກ່ວາ 33.000 ຄົນ ໄດ້ຮັບການປິ່ນປົວຫາຍດີ - ảnh 1ການເອົາຕົວຢ່າງມາວິໄຈຫາເຊື້ອ

     ນັບແຕ່ເວລາ 16 ໂມງຂອງວັນທີ 18 ມັງກອນ ຫາ ເວລາ 16 ໂມງຂອງວັນທີ 19 ມັງກອນ,  ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອ ໂຄວິດ-19 ໃໝ່ 15.959 ຄົນ, ໃນນັ້ນ ມີ 23 ກໍລະນີມາຈາກຕ່າງປະເທດ ແລະ 15.936 ກໍລະນີຢູ່ 61 ແຂວງ, ນະຄອນພາຍໃນປະເທດ. ເປັນອັນວ່າ ມາຮອດປະຈຸບັນ, ຫວຽດນາມມີຜູ້ຕິດເຊື້ອ ໂຄວິດ-19 ລວມທັງໝົດ 2.078.087 ຄົນ ແລະ ຫວຽດນາມ ກໍໄດ້ຢັ້ງຢືນມີ 108 ກໍລະນີຕິດເຊື້ອໄວຣັດສາຍພັນ Omicron

       ກໍໃນວັນທີ 19 ມັງກອນ, ຫວຽດນາມ ມີຜູ້ຕິດເຊື້ອ ໂຄວິດ-19 ຈຳນວນ 33.034 ຄົນ ໄດ້ຮັບການປິ່ນປົວຫາຍດີ, ອັນໄດ້ຍົກຍອດຈຳນວນ ຜູ້ຕິດເຊື້ອ ໂຄວິດ-19 ໄດ້ຮັບການປິ່ນປົວຫາຍດີຂຶ້ນເປັນ 1.789.188 ຄົນ. ໃນວັນດຽວກັນ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອຖືກເສຍຊີວິດ 142 ຄົນ

    ຮອດຕອນບ່າຍວັນທີ 19 ມັງກອນ, ຫວຽດນາມ ສັກວັກຊີນປ້ອງກັນພະຍາດໂຄວິດ-19 ໄດ້ຫຼາຍກ່ວາ 171,6 ລ້ານໂດສ, ໃນນັ້ນ ສັກວັກຊິນເຂັມທີ 1 ໃຫ້ປະຊາຊົນໄວ 18 ປີຂຶ້ນໄປບັນລຸອັດຕາ 100%

ຕອບກັບ

ຂ່າວ/ບົດ​ອື່ນ