ວັນທີ 22 ພະຈິກ, ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍສານປະຊາຊົນ (ສະບັບປັບປຸງ)

(VOVWORLD) - ສະພາແຫ່ງຊາດເຮັດວຽກຢູ່ຫໍປະຊຸມ, ຮັບຟັງ: ບົດລາຍງານໝາກຜົນການຕ້ອນຮັບພົນລະເມືອງ, ແກ້ໄຂໃບຄຳຮ້ອງ ແລະ ຕິດຕາມກວດກາການແກ້ໄຂການຮ້ອງທຸກ, ຮ້ອງຟ້ອງຂອງພົນລະເມືອງ
ວັນທີ 22 ພະຈິກ, ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍສານປະຊາຊົນ (ສະບັບປັບປຸງ) - ảnh 1ກອງປະຊຸມສະໄໝສາມັນເທື່ອທີ 6
(ພາບປະກອບ: TTXVN)

        ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ຕອນເຊົ້າວັນທີ 22 ພະຈິກ, ສະພາແຫ່ງຊາດເຮັດວຽກຢູ່ຫໍປະຊຸມ, ຮັບຟັງ: ບົດລາຍງານໝາກຜົນການຕ້ອນຮັບພົນລະເມືອງ, ແກ້ໄຂໃບຄຳຮ້ອງ ແລະ ຕິດຕາມກວດກາການແກ້ໄຂການຮ້ອງທຸກ, ຮ້ອງຟ້ອງຂອງພົນລະເມືອງທີ່ສົ່ງມາຍັງສະພາແຫ່ງຊາດປີ 2023; ບົດລາຍງານ ແລະ ບົດລາຍງານກວດກາວຽກງານຕ້ອນຮັບພົນລະເມືອງ, ແກ້ໄຂໃບຮ້ອງທຸກ, ຮ້ອງຟ້ອງຂອງພົນລະເມືອງໃນປີ 2023. ຖັດຈາກນັ້ນ, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບໝາກຜົນການຕ້ອນຮັບພົນລະເມືອງ, ແກ້ໄຂໃບຄຳຮ້ອງ ແລະ ຕິດຕາມກວດກາການແກ້ໄຂໃບຮ້ອງທຸກ, ຮ້ອງຟ້ອງຂອງພົນລະເມືອງໃນປີ 2023.

        ຕອນເຊົ້າວັນດຽວກັນ, ດ້ວຍຄວາມເຫັນດີຂອງສະມາຊິກສະພາແຫ່ງຊາດ 91,7%, ສະພາແຫ່ງຊາດໄດ້ລົງມະຕິຮັບຮອງເອົາເລື່ອງດັດປັບລາຍການກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຊຸດທີ XV. ຕາມນັ້ນແລ້ວ, ສະພາແຫ່ງຊາດອະນຸຍາດໃຫ້ດັດປັບເວລາຮັບຮອງເອົາຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ແຕ່ສະໄໝປະຊຸມນີ້ໄປສູ່ສະໄໝປະຊຸມໃກ້ທີ່ສຸດ, ເພື່ອສືບຕໍ່ຄົ້ນຄວ້າ, ຮັບເອົາ, ດັດປັບ, ກວດກາຢ່າງລະອຽດ ແລະ ສ້າງຮ່າງກົດໝາຍໃຫ້ສົມບູນແບບ, ຮັບປະກັນຄຸນນະພາບໃຫ້ເປັນຢ່າງດີ່ທີ່ສຸດ ກ່ອນທີ່ຈະຍື່ນສະເໜີຕໍ່ສະພາແຫ່ງຊາດເພື່ອຮັບຮອງເອົາ.

  ຕອນບ່າຍວັນດຽວກັນ, ສະພາແຫ່ງຊາດໄດ້ລົງມະຕິຮັບຮອງເອົາການດັດປັບລາຍການກອງປະຊຸມເທື່ອທີ 6, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV; ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍວ່າດ້ວຍສານປະຊາຊົນ (ສະບັບປັບປຸງ).

ຕອບກັບ

ຂ່າວ/ບົດ​ອື່ນ