ທ່ານນາຍົກລັດຖະມົນຕີອີຣັກ Nuri al Maliki ໃຫ້ຮູ້ວ່າ: ໄດ້ຕົກລົງເອົາວັນທີ 31/12 ແມ່ນວັນຊາດຂອງອີຣັກ, ຊື່ງແມ່ນຂີດໝາຍຂອງເຫດການທະຫານອາເມລິກາທັງໝົດໄດ້ຖອນອອກຈາກປະເທດນີ້. ທ່ານ Maliki ເນັ້ນໜັກວ່າ, ນີ້ແມ່ນວັນຂອງປະຊາຊົນອີຣັກ, ວັນທີ່ທຸງຊາດແຫ່ງເສລີພາບ, ເອະກະພາບຂອງປະເທດອີຣັກໄດ້ປີ່ວສະບັດ. ນັບແຕ່ນີ້ເປັນຕົ້ນໄປ, ອີຣັກໄດ້ກາຍເປັນປະເທດເສລີພາບ ແລະປະຊາຊົນອີຣັກບໍ່ມີການເລືອກເຟັ້ນໃດໆ ນອກຈາກການປົກປັກຮັກສາປະເທດຊາດ ອອກຈາກລັດທິກໍ່ການຮ້າຍ. ທ່ານຍັງໃຫ້ຮູ້ວ່າ, ລັດຖະບານຂອງທ່ານຈະມານະພະຍາຍາມສ້າງກຳລັງປ້ອງກັນຄວາມສະຫງົບອີຣັກເຂັ້ມແຂງ ເພື່ອສາມາດຮັບມືກັບບັນດາການທ້າທາຍໃນຕໍ່ໜ້າ.