ພາບປະກອບ
|
(vovworld) – ວັນທີ 1/3, ແມ່ນຈຸດເວລາເລີ່ມຕົ້ນເພື່ອເພີ່ມລາຄາການບໍລິການດ້ານແພດເກືອບ 1.900 ຢ່າງຕາມຈົດໝາຍລັດຖະການເລກທີ 37 ຂອງກະຊວງສາທາລະນະສຸກ ແລະ ການເງິນ, ທີ່ປະກາດໃຊ້ໃນເດືອນ 10/2015. ຕາມນັ້ນແລ້ວ, ຄ່ານອນໂຮງໝໍຈະເພີ່ມຂຶ້ນສະເລ່ຍປະມານ 30% ເມື່ອທຽບໃສ່ໄລຍະປະຈຸບັນ. ຫຼັງຈາກນັ້ນ, ແຕ່ວັນທີ 1/7/2016, ເມື່ອເງິນເດືອນເພີ່ມຂຶ້ນ, ຄ່ານອນໂຮງໝໍກໍ່ຈະເພີ່ມຂຶ້ນປະມານ 50% ເມື່ອທຽບໃສ່ໄລຍະປະຈຸບັນ. ຕາມກະຊວງສາທາລະນະສຸກແລ້ວ, ເລື່ອງເພີ່ມລາຄານີ້ຈະສົ່ງເສີມທົ່ວປວງຊົນເຂົ້າຮ່ວມການຊື້ບັດປະກັນສຸຂະພາບ. ທ່ານ ຫງວຽນນາມລຽນ, ຫົວໜ້າກົມແຜນການການເງິນ, ໃຫ້ຮູ້ວ່າ:
“ຈົດໝາຍທາງການນີ້ພຽງແຕ່ນຳໃຊ້ສຳລັບຜູ້ທີ່ມີບັດປະກັນສຸຂະພາບເທົ່ານັ້ນ, ສ່ວນຜູ້ບໍ່ມີບັດປະກັນສຸຂະພາບຍັງນຳໃຊ້ລະດັບລາຍຮັບໃນປະຈຸບັນກຳນົດໃນຈົດໝາຍທາງລັດຖະການເລກທີ 03, 04 ສະບັບເດີມ. ຍາມໃດກະຊວງສາທາລະນະສຸກ ແລະ ກະຊວງການເງິນປະກາດໃຊ້ຈົດໝາຍທາງລັດຖະການໃໝ່, ຈຶ່ງຈະໄດ້ນຳໃຊ້ສຳລັບບັນດາຜູ້ບໍ່ທັນມີບັດປະກັນສຸຂະພາບ.”