ວັນທີ14/9ໄຂວາລະປະຊຸມເທື່ອທີ41,ຄະນະປະຈຳສະພາແຫ່ງຊາດ

ວັນທີ14/9ໄຂວາລະປະຊຸມເທື່ອທີ41,ຄະນະປະຈຳສະພາແຫ່ງຊາດ - ảnh 1
ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ກ່າວຄຳເຫັນໄຂ
ວາລະປະຊຸມເທື່ອທີ 39 ຄະນະປະຈຳສະພາແຫ່ງຊາດ
(ພາບ: NhanSang/TTXVN)

(vovworld) - ​ວາລະ​ປະຊຸມ​ເທື່ອ​ທີ 41, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ ຫວຽດນາມ ຊຸດ​ທີ 13, ຄາດ​ຄະ​ເນ​ວ່າ: ຈະ​ໄຂ​ຂຶ້ນໃນ​ຕອນ​ເຊົ້າ​ວັນ​ທີ 14/9  ​ແລະ ຈະດຳ​ເນີນ​​ເຖິງວັນ​ທີ 24/9, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ສືບ​ຕໍ່​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ປະມວນກົດໝາຍອາຍາ (ສະບັບ​ປັບປຸງ); ກົດ​ໝາຍວ່າ​ດ້ວຍການ​ຢາ (ສະບັບ​ປັບປຸງ), ກົດໝາຍ​ວ່າ​ດ້ວຍ​ແຜນຜັງ, ກົດໝາຍ​ວ່າ​ດ້ວຍ​ສື່​ມວນ​ຊົນ (ສະບັບ​ປັບປຸງ), ກົດໝາຍ​ວ່າ​ດ້ວຍ​ພົນທະຫານອາຊີບ ​ແລະ ກຳມະກອນ, ພາລະ​ກອນປ້ອງ​ກັນຊາ​ດ ​ແລະ ​ແຜນຮ່າງ​ລັດຖະບັນຍັດ​ບຳລຸງ​ສ້າງ​ບາງ​ຖະນະ​ຕຳ​ແໜ່ງຍຸຕິ​ທຳ; ການ​ປະກາດ​ໃຊ້​ດຳລັດ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ພາຫະນະ​ອຸປະ​ກອບ​ການ​ແພດ…

        ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ກໍ່​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ການ​ປະຕິບັດ​ບັນດາ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ເຄື່ອ​ນໄຫວ​ຕິດຕາມ​ກວດກາ​ຫົວ​ເລື່ອງ​ສະ​ເພາະ, ການ​ເຄື່ອນ​ໄຫວ​ຊັກ​ຖາມ​ແຕ່​ຕົ້ນ​ອາຍຸ​ການ​ຊຸດທີ 13 ​ເຖິງ​ປີ 2015; ຮ່າງ​ບົດ​ລາຍ​ງານ​ຂອງ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ອາຍຸ​ການ 2011-2016 ​ແລະ ບາງ​ບັນຫາ​ສຳຄັນ​ອື່ນໆ.

 

ຂ່າວ/ບົດ​ອື່ນ