ວັນບຸນ startup ແຫ່ງຊາດຂອງນັກຮຽນ, ນັກສຶກສາ 2018

(VOVWORLD) - ໂດຍປະຕິບັດແຜນຮ່າງ “ໜູນຊ່ວຍນັກຮຽນ, ນັກສຶກສາ startup ຮອດປີ 2025”, ຕອນເຊົ້າວັນທີ 16 ທັນວາ, ທີ່ຮ່າໂນ້ຍ ໄດ້ດຳເນີນວັນບຸນ startup ແຫ່ງຊາດຂອງນັກຮຽນ, ນັກສຶກສາປີ 2018. 
ວັນບຸນ startup ແຫ່ງຊາດຂອງນັກຮຽນ, ນັກສຶກສາ 2018 - ảnh 1 ວັນບຸນ startup ແຫ່ງຊາດຂອງນັກຮຽນ, ນັກສຶກສາ 2018

ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ຢືນຢັນວ່າ: ເລື່ອງສ້າງແຜນຮ່າງ “ໜູນຊ່ວຍນັກຮຽນ, ນັກສຶກສາ startup ຮອດປີ 2025”, ລັດຖະບານປາດຖະໜາວ່າ ຈະຊຸກຍູ້ຈິດໃຈ, ຄວາມມຸ່ງຫວັງ startup ຂອງນັກຮຽນ, ນັກສຶກສາ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວວ່າ:

        ສິ່ງດັ່ງກ່າວຕ້ອງການການໜູນຊ່ວຍທີ່ສຸດ ບໍ່ພຽງແຕ່ຈາກລັດເທົ່ານັ້ນ ຫາກຍັງຈາກປະຊາຄົມວິສາຫະກິດອີກດ້ວຍ. ທັງລັດ ແລະ ວິສາຫະກິດ ຈົ່ງເປັນຜູ້ໜູນຊ່ວຍໃຫ້ແກ່ແນວຄວາມຄິດຕ່າງໆ. ປາດຖະໜາຢາກເຮັດແນວໃດ ໃນຈຳນວນວິສາຫະກິດໄດ້ຮັບການສ້າງຕັ້ງໃໝ່ ມີວິສາຫະກິດໃໝ່ startup, ມີຫົວຄິດປະດິດສ້າງຫລາຍແຫ່ງ. ພຽງແຕ່ມີເສັ້ນທາງດຽວເທົ່ານັ້ນ ປະເທດຊາດຈຶ່ງຮັ່ງມີເຂັ້ມແຂງໄດ້.

        ລາຍການວັນບຸນ startup ແຫ່ງຊາດຂອງນັກຮຽນ, ນັກສຶກສາມຸ່ງໄປເຖິງເປົ້າໝາຍສ້າງຄວາມສະອອນໃຈໃຫ້ນັກຮຽນ, ນັກສຶກສາກ້າໄຝ່ຝັນ ແລະ ຍົກອອກບັນດາແນວຄວາມຄິດ startup ປະດິດຄິດສ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ