ວັນບຸນບໍລິຈາກ ເລືອດ “ວັນອາທິດ ແດງ” ຄັ້ງທີ 6

ວັນບຸນບໍລິຈາກ ເລືອດ “ວັນອາທິດ ແດງ” ຄັ້ງທີ 6 - ảnh 1
(ວັນ​ບຸນ​ບໍລິຈາກ​​ເລືອດ “​ວັນອາທິດ​ແດງ” ຄັ້ງ​ທີ 6)

(vovworld) - ວັນ​ບຸນ​ບໍລິຈາກ​​ເລືອດ “ວັນ​ອາທິດ​ແດງ” ຄັ້ງ​ທີ 6 ​ໂດຍ​ຄະນະ​ກຳ​ມະ​ການ​ຄວາມ​ປອດ​ໄພ​ຄົມ​ມະນະ​ຄົມ​ແຫ່ງ​ຊາດ, ສະ​ຖາ​ບັນ​ເລືອດ​ສາດ ​ແລະ ສົ່ງ​ເລືອດ​ສູນ​ກາງ​ຫວຽດນາມ ​ແລະ ຄະນະ​ຊາວ​ໜຸ່ມ​ຮ່າ​ໂນ້ຍ ຈັດ​ຕັ້ງ ​ໃນ​ຕອນ​ເຊົ້າ​ວັນ​ທີ 12/01 ຢູ່​ຮ່າ​ໂນ້ຍ. ວັນ​ບຸນ​ແມ່ນ​ໂອກາດ​ເພື່ອ​ໃຫ້​ລຸນ​ໜຸ່ມ​ສະ​ແດງ​ຄວາມ​ໄຝ່ຝັນ, ຄວາມ​ສຸດ​ຈິດ​ສຸດ​ໃຈ, ການ​ແບ່ງປັນ​ຜ່ານ​ການ​ເຄື່ອນ​ໄຫວ​ບໍລິຈາກ​ເລືອດ​ຊ່ວຍ​ກູ້ຊີວິດມະນຸດ. ປີ 2014 ນີ້, ຈຳນວນ​ຊາວ​ໜຸ່ມ, ນັກ​ສຶກສາ​​ເຂົ້າ​ຮ່ວມການ​ບໍລິຈາກ​ເລືອດ​ລ້ວນ​ແຕ່​ລື່ນ​ກ່າຍ​ເມື່ອ​ທຽບ​ກັບ​ການ​ຄາດ​ຄະ​ເນ. ​ເພື່ອນ ຫງວຽນ​ທິ​ແຫ້ງ, ນັກ​ສຶກສາ​ປີ​ທີ 3, ມະຫາວິທະຍາ​ໄລ​ການ​ຄ້າຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ.

        “ນີ້​ແມ່ນ​ຄັ້ງ​ທີ 3 ທີ່​ນ້ອງ​ໄປ​ບໍລິຈາກ​ເລືອດ. ນ້ອງ​ຄິດ​ວ່າ ການ​ບໍລິຈາກ​ເລືອດ ຈະ​ມີ​ຫຼາຍ​ຄົນ​ຊ່ວຍ​ເຫຼືອ ​ແລະ ປາດ​ຖະນາ​ວ່າ​ເລືອດ​ຂອງ​ຕົນ​ຈະ​ໄດ້​ນຳ​ໃຊ້​ຢ່າງ​ມີ​ປະສິດທິ​ຜົນ. ການ​ບໍລິຈາກ​​ເລືອດ​ໃນ​ຕົວ​ຈິ່ງ​​ແມ່ນ​ບໍ່​​ເປັນ​ໜ້າວິຕົກ​ກັງວົນ, ຫາກສຳຄັນ​ແມ່ນ​ຕົນ​ເອງ​ສະມາດ​ຊ່ວຍ​ໃຫ້​ທຸກ​ຄົນ​ພວມ​ຕ້ອງການ​ເລືອດ.”

        ​ໃນ​ປີ 2014 ນີ້, ວັນ​ບຸນ “​ອາທິດ​ແດງ” ​ໄດ້​ຮັບ​ການຈັດ​ຕັ້ງ​ຢູ່ 10 ​ແຂວງ​ນະຄອນ​ໃນ​ທົ່ວ​ປະ​ເທດ, ຄາດ​ວ່າ​ຈະ​ຮັບ​ເລືອດ​ບໍລິ​ຈາກ​​ໄດ້ແຕ່ 5000 – 7000 ຖົງ.

ຂ່າວ/ບົດ​ອື່ນ