ວັນວັດທະນະທຳຫວຽດ ນາມຢູ່ສ.ເຊັກ


ວັນວັດທະນະທຳຫວຽດ ນາມຢູ່ສ.ເຊັກ - ảnh 1

(ພາບ: Quang Vinh/Vietnam+)

 (vovworld)- ​ ວັນ​ວັດທະນະທຳ​ຫວຽດນາມ ​ ​ໄດ້​ຈັດ​ຂຶ້ນ​ຢ່າງ​ຟົດ​ຟື້ນ​ມ່ວນ​ຊື່ນ​ເມື່ອ​ຕອນ​ບ່າຍວັນ​ທີ 22/6, ນະຄອນຫຼວງ ປາຣາຮາ ປະ​ເທດ​ສ.​ເຊັກ ​ໂດຍ​ອົງການ Info Dracek ຈັດ​ຕັ້ງຂຶ້ນ. ອົງການ Info Dracek ​ແມ່ນ​ອົງການ​ພົນລະ​ເມືອງ​ຂອງ​ປະ​ເທດ ສ.​ເຊັກ ​​ເຄີຍເປັນ​ເຈົ້າພາບ​ຈັດ​ບັນດາ​ການ​ເຄື່ອນ​ໄຫວ​ໂຄສະນາ​ວັດທະນະທຳ​ຫວຽດນາມ ຢູ່ ສ.​ເຊັກ, ຊ່ວຍປະຊາຊົນ​ສອງ​ປະ​ເທດ​ເຂົ້າ​ໃຈ​ຊື່​ງກັນ ​ແລະ ກັນ ກໍ່​ຄື​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ປະຊາ​ຄົມ​ຊາວ​ຫວຽດນາມ ​ເຊື່ອມ​ໂຍງ​ກັບ​ວົງ​ຄະນາ​ຍາດ​ແຕ່​ຍັງ​ຮັກສາ​ສີສັນ​ຂອງ​ຕົນ​ໄວ້​ຢູ່. ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ-​ສິລະ​ປະ-​ອາຫານ​ການ​ກິນ, ອົງການ Info Dracek ປາດ​ຖະໜາ​ວ່າ​ຈະ​ທຳລາຍ​ຮົ້ວກີດຂວາງ​ລະຫວ່າງ​ປະຊາ​ຄົມ​ຊາວ​ຕ່າງປະ​ເທດ​  ກັບປະ​ເທດ​ທີ່​ຕົນ​ອາ​ໄສ. ​ໂດຍ​ໄດ້​ດຳ​ເນີນ​ໃນ​ຂອບ​ເຂດ Festival  ອາຊີ, ວັນ​ວັດທະນະທຳ​ຫວຽດນາມ ​ປີ​ນີ້ ​ໄດ້​ເຕົ້າ​ໂຮມ​ຜູ້ດີ​ເດັ່ນ​ຫຼາຍ​ຄົນ ​ໃນ​ຈຳນວນ​ບັນດາ​ຜູ້​ເຄື່ອນ​ໄຫວ​ດ້ານ​ວັດທະນະທຳ-​ສິລະ​ປະ​ໃນ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ ສ.​ເຊັກ. ​ເຫດການ​ນີ້​ຍັງ​ໄດ້​ດຶງ​ດູດການ ເຂົ້າຮ່ວມ​ຂອງ​ຊາວ​ທ້ອງ​ຖິ່ນ 400 ຄົນ​ ​ອີກ​ດ້ວຍ./.

ຂ່າວ/ບົດ​ອື່ນ