ວັນວັດທະນະທຳຫວຽດນາມຢູ່ສາທາລະນະລັດອົດຕາລິດ

(VOVWORLD) -ວັນວັດທະນະທຳຫວຽດນາມ ຢູ່ ອົດຕາລິດ ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 3 ກໍລະກົດ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຫວູວຽດແອງ, ເອກອັກຄະລັດຖະທູດ ຫວຽດນາມ ຢູ່ ອົດຕາລິດ ໄດ້ເນັ້ນຫນັກວ່າ ໃນ 45 ປີຜ່ານມາ, ການພົວພັນມິດຕະພາບ ຫວຽດນາມ - ອົດຕາລິດ ໄດ້ພັດທະນາຢ່າງ ລຽນຕິດ ແລະ ບັນລຸໄດ້ຜົນງານຫລາຍຢ່າງອັນດີງາມ, ເປັນຕົ້ນໃນຂົງເຂດເສດຖະກິດ ການຄ້າ. 
ວັນວັດທະນະທຳຫວຽດນາມຢູ່ສາທາລະນະລັດອົດຕາລິດ - ảnh 1 ບັນດາຜູ້ແທນເຂົ້າຢ້ຽມຊົມການວາງສະແດງ

ອົດຕາລິດ ໄດ້ກາຍເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບ 5 ຂອງຫວຽດນາມ ໃນສະຫະພາບເອີລົບ (EU) ດ້ວຍວົງເງິນການຄ້າສອງສົ້ນປີ 2016 ແມ່ນ 3 ຕື້ USD. ທ່ານເລແຄງຫາຍ,ໃນມື້ວັດທະນະທຳ ນີ້ ໄດ້ວາງສະແດງພາບຖ່າຍ 300 ແຜ່ນ ດ້ວຍຫົວເລື່ອງ: “ຫວຽດນາມ - ຈຸດນັດພົບຂອງໂລກປີ 2017”. ສິ່ງທີ່ພົ້ນເດັ່ນໃນການວາງສະແດງແມ່ນ ພາບຖ່າຍກ່ຽວກັບຄວາມງາມຂອງທະເລໝູ່ເກາະຫວຽດນາມ ດ້ວຍບັນດາຮູບພາບທີ່ມີຊີວິດຊີວາກ່ຽວກັບຊີວິດຂອງບັນດານັກຮົບ ແລະ ປະຊາຊົນຫວຽດນາມ ຢູ່ ໝູ່ເກາະເຈື່ອງຊາ, ບັນດາເກາະ ລີເຊີນ, ຟູກວກ. 

ຕອບກັບ

ຂ່າວ/ບົດ​ອື່ນ