ວັນຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງມະຫາວິທະຍາໄລ Hamburg, ເຢຍລະມັນ

(VOVWORLD) -ວັນທີ 14 ພຶດສະພາ, ໃນຂອບເຂດສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງມະຫາວິທະຍາໄລ Hamburg (1919 – 2019), ຂະແໜງ ຫວຽດນາມ ວິທະຍາ ໄດ້ຈັດຕັ້ງເຫດການຫວຽດນາມ (Vietnam Tag).

Vietnam Tag ບໍ່ພຽງແຕ່ແມ່ນເຫດການເພື່ອແນໃສ່ຊຸກຍູ້ການເຄື່ອນໄຫວຂອງຂະແໜງ ຫວຽດນາມ ວິທະຍາ, ມະຫາວິທະຍາໄລ Hamburg, ດຶງດູດຄວາມສົນໃຈຂອງນັກຮຽນຮູ້ສາກົນ ກ່ຽວກັບບັນຫາຄົ້ນຄວ້າຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໂຄສະນາ, ແນະນຳພື້ນຖານວັດທະນະທຳທີ່ເປັນມູນເຊື້ອຂອງຫວຽດນາມ ເຖິງເພື່ອນມິດສາກົນເປັນຈຳນວນຫຼາຍອີກດ້ວຍ. ບັນດາຜູ້ເຂົ້າຮ່ວມເຫດການມີໂອກາດຮັບຊົມບັນດາສີສັນວັດທະນະທຳທີ່ເປັນເອກະລັກສະເພາະຂອງຫວຽດນາມ;  ຮັບປະທານບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະທີ່ມີຊື່ສຽງຂອງຊາວຫວຽດນາມ; ເຂົ້າຮ່ວມບັນດາການລະຫຼີ້ນພື້ມເມືອງຂອງຊາວຫວຽດນາມ.

        ນອກນັ້ນ, Vietnam Tag ຍັງວາງສະແດງ ແລະ ແນະນຳບັນດາສື່ສິ່ງພິມແນະນຳກ່ຽວກັບຜົນງານພັດທະນາເສດຖະກິດ, ສັງຄົມຂອງຫວຽດນາມ ໃນໄລຍະຜ່ານມາ, ກາລະໂອກາດຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ, ທ່ອງທ່ຽວ… ເຖິງເພື່ອນມິດເຢຍລະມັນ ແລະ ນັກທ່ອງທ່ຽວສາກົນອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ