ວັນອາທິດແດງບໍລິຈາກເລືອດ ບັນລຸສະຖິຕິດ້ວຍປະລິມານເລືອດໄດ້ຮັບກ່ວາ 42.000 ຖົງ

(VOVWORLD) -  ໂດຍສືບຕໍ່ລາຍການ “ວັນອາທິດແດງ”, ວັນທີ 27 ມັງກອນ, ຢູ່ຮ່າໂນ້ຍ, ໂຮງໝໍເສນາຮັກສູນກາງ 108 ໄດ້ສົມທົບກັບສະຖາບັນເຕັກນິກການທະຫານຈັດຕັ້ງລາຍການວັນອາທິດແດງດ້ວຍການເຂົ້າຮ່ວມຂອງນັກສຶກສາ, ນັກສຳມະນາກອນ, ຄູສອນ... 
ວັນອາທິດແດງບໍລິຈາກເລືອດ ບັນລຸສະຖິຕິດ້ວຍປະລິມານເລືອດໄດ້ຮັບກ່ວາ 42.000 ຖົງ - ảnh 1 ພາບປະກອບ

ໄລ່ຮອດຈຸດເວລານີ້, ຍອດປະລິມານເລືອດໂດຍບັນດາຜູ້ອາສາສະໝັກໃນບໍລິເວນທົ່ວປະເທດບໍລິຈາກໃນລາຍການວັນອາທິດແດງ ຄັ້ງທີ 10 ປີ 2018 ບັນລຸໄດ້ກ່ວາ 42.000 ຖົງ. ນີ້ສືບຕໍ່ໄດ້ຮັບການຢັ້ງຢືນແມ່ນລະດັບສະຖິຕິໃນຂະບວນການອາສາສະໝັກບໍລິຈາກເລືອດ ວັນອາທິດແດງ ດ້ວຍຈຸດປະສົງ “ບໍລິຈາກເລືອດກອບກູ້ເອົາຊີວິດ - ຊາຕະກຳຂອງເຈົ້າ ແລະ ຂ້ອຍ”. ປະຈຸບັນ, ນະຄອນ ໂຮ່ຈີມິນ ແມ່ນຫົວໜ່ວຍນຳໜ້າໃນຈຳນວນ 31 ແຂວງ, ນະຄອນດ້ວຍປະລິມານເລືອດໄດ້ຮັບແມ່ນ 15.000 ຖົງ.

        ໂດຍສືບຕໍ່ລາຍການ “ວັນອາທິດແດງ”, ວັນທີ 27 ມັງກອນ, ຢູ່ຮ່າໂນ້ຍ, ໂຮງໝໍເສນາຮັກສູນກາງ 108 ໄດ້ສົມທົບກັບສະຖາບັນເຕັກນິກການທະຫານຈັດຕັ້ງລາຍການວັນອາທິດແດງດ້ວຍການເຂົ້າຮ່ວມຂອງນັກສຶກສາ, ນັກສຳມະນາກອນ, ຄູສອນ... ເຂົ້າຮ່ວມການບໍລິຈາກເລືອດ. ສິ້ນສຸດເຫດການນີ້, ສະຖານທີ່ແຫ່ງນີ້ໄດ້ຮັບເລືອດບໍລິຈາກກ່ວາ 500 ຖົງ. ແລະກໍ່ໃນວັນດຽວກັນ, ຢູ່ແຂວງ ດັກລັກ ໄດ້ຈັດຕັ້ງວັນບຸນບໍລິຈາກເລືອດອາສາສະໝັກ ວັນອາທິດແດງ ດ້ວຍຫົວຂໍ້ “ນ້ຳໃຈຊາວ ບວນມາທວດ”. ວັນບຸນໄດ້ດຶງດູດຜູ້ອາສາສະໝັກເກືອບ 2.500 ຄົນເຂົ້າຮ່ວມ. ຈາກນັ້ນ, ວັນທີ 30 ມັງກອນ, ວັນອາທິດແດງຈະໄດ້ຮັບການຈັດຕັ້ງຢູ່ໂຮງຮຽນວິທະຍາໄລສ້າງຄູ ດັກລັກ.

        ລາຍການວັນອາທິດແດງ ຈະສືບຕໍ່ດຳເນີນຮອດຕົ້ນເດືອນ ກຸມພາ 2018 ຈຶ່ງອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ