ວິສາຫະກິດ 45 ແຫ່ງໄດ້ຮັບລາງວັນເຄື່ອງໝາຍການຄ້າຄຳນະຄອນໂຮ່ຈີມິນ ຄັ້ງທີ 3

(VOVWORLD) - ທ່ານ ຟານວັນໝາຍ, ປະທານຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈີມິນ, ຮຽກຮ້ອງໃຫ້ປະຊາຄົມວິສາຫະກິດສືບຕໍ່ຮ່ວມເດີນທາງພ້ອມກັບນະຄອນ, ປະຕິບັດຄວາມຮັບຜິດຊອບຂອງວິສາຫະກິດໃຫ້ເປັນຢ່າງດີ ເພື່ອສືບຕໍ່ຮັກສາ ແລະ ພັດທະນາເປັນບັນດາເຄື່ອງໝາຍການຄ້າທີ່ເຂັ້ມແຂງ
ວິສາຫະກິດ 45 ແຫ່ງໄດ້ຮັບລາງວັນເຄື່ອງໝາຍການຄ້າຄຳນະຄອນໂຮ່ຈີມິນ ຄັ້ງທີ 3 - ảnh 1ບັນດາວິສາຫະກິດໄດ້ຮັບລາງວັນເຄື່ອງໝາຍການຄ້າຄຳ ນະຄອນໂຮ່ຈີມິນ ຄັ້ງທີ 3

ຕອນຄ່ຳວັນທີ 6 ມັງກອນ, ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີມອບລາງວັນເຄື່ອງໝາຍການຄ້າຄຳ ນະຄອນໂຮ່ຈີມິນ ຄັ້ງທີ 3 ປີ 2022 ໃຫ້ແກ່ ວິສາຫະກິດ 45 ແຫ່ງທີ່ມີຜົນງານດີເດັ່ນໃນການສ້າງເຄື່ອງໝາຍການຄ້າຜະລິດຕະພັນບໍລິການຕິດພັນກັບເຄື່ອງໝາຍການຄ້ານະຄອນ.

        ທີ່ພິທີມອບລາງວັນ, ທ່ານ ຟານວັນໝາຍ, ປະທານຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈີມິນ, ຮຽກຮ້ອງໃຫ້ປະຊາຄົມວິສາຫະກິດສືບຕໍ່ຮ່ວມເດີນທາງພ້ອມກັບນະຄອນ, ປະຕິບັດຄວາມຮັບຜິດຊອບຂອງວິສາຫະກິດໃຫ້ເປັນຢ່າງດີ ເພື່ອສືບຕໍ່ຮັກສາ ແລະ ພັດທະນາເປັນບັນດາເຄື່ອງໝາຍການຄ້າທີ່ເຂັ້ມແຂງ, ບືນຕົວອອກສູ່ສາກົນ. ນະຄອນໃຫ້ຄຳໝັ້ນສັນຍາຍົກສູງປະສິດທິຜົນການເຄື່ອນໄຫວທາງລັດຖະການ, ຍູ້ແຮງການປະຕິຮູບບໍລິຫານ ແລະ ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ຊຸກຍູ້ການພັດທະນາເສດຖະກິດ, ສຸມໃສ່ໜູນຊ່ວຍວິສາຫະກິດບືນຕົວຜ່ານຜ່າຄວາມຫຍຸ້ງຍາກ, ເສີມຂະຫຍາຍຄຸນຄ່າເຄື່ອງໝາຍການຄ້າໃຫ້ໝັ້ນຄົງເຂັ້ມແຂງຂອງວິສາຫະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ