ວິສາຫະກິດ ເອີຣົບ ມີຄວາມປະເອີບໃຈ ຕໍ່ການດຳເນີນທຸລະກິດຢູ່ ຫວຽດນາມ

(VOVWORLD) - ດັດຊະນີ BIC ຂອງ Euro Cham ໄຕມາດທີ 3 ຜ່ານມາບັນລຸລະດັບ 81 ດັດຊະນີ ເຊິ່ງແມ່ນລະດັບສູງທີສອງ ນັບແຕ່ທ້າຍປີ 2016.
ວິສາຫະກິດ ເອີຣົບ ມີຄວາມປະເອີບໃຈ ຕໍ່ການດຳເນີນທຸລະກິດຢູ່ ຫວຽດນາມ - ảnh 1 ວິສາຫະກິດ ເອີຣົບ ມີຄວາມປະເອີບໃຈ ຕໍ່ການດຳເນີນທຸລະກິດຢູ່ ຫວຽດນາມ

ຕາມຜົນການສຳຫຼວດ ດັດຊະນີສະພາບແວດລ້ອມແຫ່ງການດຳເນີນທຸລະກິດ (BIC) ໄຕມາດ 3-2018 ໂດຍສະຫະສະມາຄົມວິສາຫະກິດ ເອີຣົບ ຢູ່ ຫວຽດນາມ (Euro Cham) ປະກາດ ໄດ້ສະແດງໃຫ້ເຫັນເຖິງຄວາມປະເອີບໃຈ ຂອງບັນດາຜູ້ນຳວິສາຫະກິດ ຂອງພາກພື້ນນີ້ ກ່ຽວກັບການເຄື່ອນໄຫວດຳເນີນທຸລະກິດຢູ່ ຫວຽດນາມ ໃນຊຸມເດືອນທ້າຍປີ. ຕາມນັ້ນແລ້ວ, ມີວິສາຫະກິດເຖິງ 94% ສືບຕໍ່ຮັກສາ ຫຼື ເພີ່ມລະດັບການລົງທຶນ ຢູ່ ຫວຽດນາມ.

ດັດຊະນີ BIC ຂອງ Euro Cham ໄຕມາດທີ 3 ຜ່ານມາບັນລຸລະດັບ 81 ດັດຊະນີ ເຊິ່ງແມ່ນລະດັບສູງທີສອງ ນັບແຕ່ທ້າຍປີ 2016. ກ່ຽວກັບສະພາບການດຳເນີນທຸລະກິດ, ວິສາຫະກິດທີ່ເປັນສະມາຊິກ Euro Cham 67% ໄດ້ກະທົບຕອບວ່າການດຳເນີນທຸລະກິດແມ່ນຢູ່ໃນລະດັບ “ດີຫຼາຍ” ແລະ “ດີ”. ຕາມ Euro Cham ແລ້ວ, ສິ່ງດັ່ງກ່າວສືບຕໍ່ສະແດງໃຫ້ເຫັນວ່າ ຫວຽດນາມ ມີສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ຕັ້ງໜ້າ ໃຫ້ແກ່ບັນດາວິສາຫະກິດ ເອີຣົບ ພັດທະນາ.

ຕາມທ່ານ Nicolas Audier, ປະທານຮ່ວມ Euro Chamແລ້ວ, ໝາກຜົນຂອງດັດຊະນີສະພາບແວດລ້ອມແຫ່ງການດຳເນີນທຸລະກິດໃໝ່ສຸດ ຂອງ Euro Cham ແມ່ນສິ່ງພິສູດໃຫ້ແກ່ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງ ວິສາຫະກິດ ເອີຣົບ ສະຫງວນໃຫ້ສະພາບແວດລ້ອມແຫ່ງການຄ້າ ແລະ ການລົງທຶນຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ