ວິສາຫະກິດລັດBayernຂອງ ເຢຍລະມັນເອົາໃຈໃສ່ເຖິງຕະຫຼາດຫວຽດນາມ

ວິສາຫະກິດລັດBayernຂອງ ເຢຍລະມັນເອົາໃຈໃສ່ເຖິງຕະຫຼາດຫວຽດນາມ - ảnh 1
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດ່ວານ​ຊວນ​ຮຶງ (ເບື້ອງ​ຂວາ) ແລະ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຮ່ວມ​ມື​ເສດ​ຖະ​ກິດ ແລະ ພັດ​ທະ​ນາ ສະ​ຫະ​ພັນ ເຢຍ​ລະ​ມັນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ເສດ​ຖະ​ກິດ, ຄົມ​ມະ​ນ​າ​ຄົມ, ພະ​ລັງ​ງານ ແລະ ເຕັກ​ໂນ​ໂລຢ​ີ​ລັດ Bayern
(ພາບ: Phạm Văn Thắng/Vietnam+)

(vovworld) - ​​​​ໃນ​ຂ​ອບ​ເຂດ “ຄ່ຳ​ຄືນ​ເສດ​ຖະ​ກິດ​ຕ່າງ​ປະ​ເທດ​ລັດ Bayern”, ວິ​ສ​າ​ຫະ​ກິດ ​ ລັດ Bayern ຂອງ ເຢຍ​ລະ​ມັນ ຫຼາຍ​ແຫ່ງໄດ້​ສະ​ແດງ​ຄວາມ​ເອົາ​ໃຈ​ໃສ່ ແລະ ປາດ​ຖະ​ໜາ​ຢາກ​ຊອກ​ຫາ​ບັນ​ດາ​ຄູ່​ຮ່ວມ​ມື​ດຳ​ເນີນ​ທຸ​ລະ​ກິດ​ຢູ່ ຫວຽດ​ນາມ. ເຂົ້າ​ຮ່ວມ​ເຫດ​ການ​ໃນ​ຄ່ຳ​ຄືນ​ວັນ​ທີ 8/2, ຢູ່​ນະ​ຄອນ Coburg ມີ​ການ​ນຳ​ບາງ​ກະ​ຊວງ, ຂະ​ແໜງ​ການ​ເສດ​ຖະ​ກິດ ສະ​ຫະ​ພັນ ເຢຍ​ລະ​ມັນ ແລະ ລັດ Bayern, ຜູ້​ຕາງ​ໜ້າ​ບາງ​ສະ​ຖານ​ທູດ​ປະ​ຈຳ ແບກ​ແລງ, ຜູ້​ຕາງ​ໜ້າ​ບັນ​ດາ​ຫ້ອງ​ການ​ເສ​ດ​ຖະ​ກິດ​ຂອງ​ລັດ Bayern ຢູ່​ຕ່າງ​ປະ​ເທດ 26 ​ທ່ານ, ໃນ​ນັ້ນ​ມີ ຫວຽດ​ນາມ, ພ້ອມ​ກັບ​ວິ​ສາ​ຫະ​ກິດ​ ລັດ Bayern ແລະ ເຂດອ​້ອມ​ຂ້າງນັບ​ຮ້ອຍ​ແຫ່ງ. ທີ່​ເຫດ​ການ, ທ່ານ ດ່​ວານ​ຊວນ​ຮຶງ, ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ເຢຍ​ລະ​ມັນ ມີ​ການ​ພົບ​ປະ​ກັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຮ່ວມ​ມື​ເສດ​ຖະ​ກິດ ແລະ ພັດ​ທະ​ນາ ສະ​ຫະ​ພັນ ເຢຍ​ລະ​ມັນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ເສດ​ຖະ​ກິດ, ຄົມ​ມະ​ນ​າ​ຄົມ, ພະ​ລັງ​ງານ ແລະ ເຕັກ​ໂນ​ໂລຢ​ີ​ລັດ Bayern ເພື່ອ​ແລກ​ປ່ຽນ​ທິດ​ທາງ​ຊ​ຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ ຫວຽດ​ນາມ ກັບ ເຢຍ​ລະ​ມັນ ເວົ້າ​ລວມ ແລະ ລັດ Bayern ເວົ້​າ​ສະ​ເພາະ​ກ່​ວາ​ອີກ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດ່ວານ​ຊວນ​ຮຶງ ກໍ່​ພົບ​ປະ​ກັບ​ວິ​ສາ​ຫະ​ກິດຫຼາຍ​ແຫ່ງ​ຂອງລັດ Bayern ​ເພື່ອ​ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ລະ​ອຽດ​ເພື່ອ​ແນ​ໃສ່​ດຶງ​ດູດ​ບັນ​ດາ​ວິ​ສາ​ຫະ​ກິດ​ຂອງ​ລັດ Bayern ແລະ ເຂດ​ອ້ອມ​ຂ້າງ​ເຂົ້າ ຫວຽດ​ນາມ ຮ່ວມ​ມື​ດຳ​ເນີນ​ທຸ​ລະ​ກິດ ແລະ ລົງ​ທຶນ. ​ມີວິ​ສາ​ຫະ​ກິດຫຼາຍ​ແຫ່ງ​ຂອງ ລັດ Bayern ສະ​ແດງ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ຕະຫຼາດ​ພວມ​ພັດ​ທະ​ນາ​ຢ່າງ​ແຮງ​ຂອງ ຫວຽດ​ນາມ ແລະ ປາດ​ຖະ​ໜາ​ຢາ​ກ​ຊອກ​ຫາ​ບັນ​ດາ​ຄູ່​ຮ່ວມ​ມື​ດຳ​ເນີນ​ທຸ​ລະ​ກິດ​ຢູ່ ຫວຽດ​ນາມ.


ຂ່າວ/ບົດ​ອື່ນ