ວິສາຫະກິດຫວຽດນາມ ເພີ່ມທະວີການສົ່ງເສີມ ການຄ້າຢູ່ອົດສຕາລີ

ວິສາຫະກິດຫວຽດນາມ ເພີ່ມທະວີການສົ່ງເສີມ ການຄ້າຢູ່ອົດສຕາລີ - ảnh 1
(ພາບປະກອບ)

(vovworld) - ມີ​ວິ​ສາ​ຫະກິດຕໍາ​ແຜ່ນ​ຕັດ​ຫຍິບ, ​​ແຝຊັນຮ່າ​ໂນ້ຍ 10 ​ແຫ່ງພວມ​ເຊົ້າ​ຮ່ວມ​ງານ​ຕະຫຼາດນັດ​ສາກົນ “ Autralia International Sourcing Fair”, ​ເຊິ່ງດຳ​ເນີນ​ໄປ​ຢູ່​ສູນ​ວາງ​ລະ​ແດງ Melbourne, ນະຄອນ Melbourne, ປະ​ເທດ​ອົດສຕາ​ລີ ​ໃນ​ລະຫວ່າງ​ວັນ​ທີ 13 – 15/11.

        ບັນດາ​ເຄື່ອງໝາຍ​​ການ​ຄ້າໃຫຍ່ຄື​ບໍລິ​ສັດຕໍາ​ແຜ່ນ​ຕັດ​ຫຍິບ​ໂຮ່​ເກືອ​ມ, ບໍລິສັດຕໍາ​ແຜ່ນ​ຕັດ​ຫຍິບ​ເລກ 10... ​ໄດ້​ວາງສະ​ແດງ ​ແລະ ​ໂຄສະນາ​ບັນດາ​ຜະລິດ​ຕະພັນທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຫວຽດ. ບັນດາ​ຄູ່​ຮ່ວມ​ມື​ອົດສຕາ​ລີ ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກແລກປ່ຽນ​ການ​ຄ້າ, ລົງ​ນາມ​ໃນ​ບັນດາ​ສັນຍາ​ສົ່ງ​ອອກ, ນຳ​ເຂົ້າ​ກັບ​ວິ​ສາ​ຫະກິດຕໍາ​ແຜ່ນ​ຕັດ​ຫຍິບ​ຂອງ​ຫວຽດນາມ. ​ເນື່ອງ​​ໃນ​ໂອກາດ​ນີ້, ອົງ​ການ​ການ​ຄ້າ​ຫວຽດນາມ ປະຈຳ​ອົດສຕາ​ລີ ​ໄດ້​ສົມທົບ​ກັບ​ສະມາຄົມ​ນັກທຸລະກິດ​ຊາວ​ຫວຽດນາມ ​ອາ​ໄສ​ຢູ່​ອົດສຕາ​ລີ ຈັດ​ຕັ້ງ​ກອງ​ປະຊຸມ​ສຳມ​ະນາ​ສົ່ງ​ເສີມ​ການ​ຄ້າ​ລະຫວ່າງວິ​ສາ​ຫະກິດ 2 ປະ​ເທດ.
ຂ່າວ/ບົດ​ອື່ນ