ວິສາຫະກິດຫວຽດນາມແລະລາວໄດ້ຮັບລາງວັນປະເສີດ

ວິສາຫະກິດຫວຽດນາມແລະລາວໄດ້ຮັບລາງວັນປະເສີດ - ảnh 1
ບັນດາວິສາຫະກິດໄດ້ຮັບລາງວັນ

(vovworld) – ຕອນ​ຄຳ່​ວັນ​ທີ 22/2, ຢູ່​ນະຄອນຫຼວງ ວຽງ​ຈັນ, ​ໄດ້​ຈັດ​ຂຶ້ນ​ພິທີ​ມອບ​ລາງວັນ​ອັນ​ປະ​ເສີດ​ໃຫ້​ເກືອບ 300 ວິ​ສາ​ຫະກິດ​ດີ​ເດັ່ນ​ຂອງ ຫວຽດນາມ ​ແລະ ລາວ​. ພິທີ​ມອບ​ລາງວັນ​ໄດ້​ຖືກຖ່າຍ​ທອດ​ສົດ​ທາງ​ໂທລະພາບ​ໃນ​ຊ່ອງ 3, ​ໂທລະພາບ​ແຫ່ງ​ຊາດ ລາວ. ບັນຊີ​ລາຍ​ຊື່​ວິ​ສາ​ຫະກິດໄດ້​ຮັບ​ລາງວັນ​ໃນ​ຄັ້ງ​ນີ້​ລວມມີ 300 ວິ​ສາ​ຫະກິດ​ດີ​ເດັ່ນ​ໃນ​ບັນດາ​ຂົງ​ເຂດ​ຄື: ຄົ້ນ​ຄ້ວາ, ບຳລຸງ​ສ້າງ, ຄຸ້ມ​ຄອງ, ຜະລິດ​ດຳ​​ເນີນ​ທຸລະ​ກິດ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ປະຕິບັດ​ວຽກ​ງານ​ຮັບປະກັນ​ຊີວິດ​ສັງຄົມ​ເປັນ​ຢ່າງ​ດີ ​ແລະ ມີ​ກາລະ​ໂອກາດ​ບື່ນຕົວ​ຂຶ້ນຢູ່​ຕະຫຼາ​ດສາກົນ. ຄະນະ​ຈັດ​ຕັ້ງ​ໄດ້​ມອບ​ລາງວັນ​ໃຫ້ “Top 100 ວິ​ສາ​ຫະກິດ​ດີ​ເດັ່ນ”, “Top 100 ​ເຄື່ອງໝາຍ​ການ​ຄ້າບໍລິການ, ຜະລິດ​ຕະພັນ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ” ​ແລະ “Top 100  ນັກ​ຄຸ້ມ​ຄອງ​ມີຄວາມ​ສາມາດ ​ແລະ ຄຸນສົມບັດ”. ​ເມື່ອ​ໄດ້​ຮັບ​ລາງວັນ​ປີນີ້, ນອກຈາກ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ຍັງ​ມີ 10 ວິ​ສາ​ຫະກິດຂອງ ລາວ. ​ເນື່ອງ​ໃນ​ໂອກາດ​ນີ້, ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ໄດ້​ເລ້​ຍລາຍ​ເງິນ​ໃຫ້​ວຽກ​ງານ​ຮັບປະກັນ​ຊີວິດ​ສັງຄົມຢູ່ ລາວ ​ເປັນຈຳນວນ​ເງິນນັບໝື່ນ​ໂດ​ລາ​ສະຫະລັດ.

ຂ່າວ/ບົດ​ອື່ນ