ວິສາຫະກິດອີຕາລີປາດຖະໜາຢາກເປີດກ້ວາງການຄ້າການລົງທຶນຢູ່ຫວຽດນາມ

ວິສາຫະກິດອີຕາລີປາດຖະໜາຢາກເປີດກ້ວາງການຄ້າການລົງທຶນຢູ່ຫວຽດນາມ - ảnh 1
(ພາບປະກອບ)

(vovworld) – ນະ​ໂຍບາຍ​ພາສີ, ບັນດາ​ມາດ​ຕະການ​ປົກ​ປ້ອງສິດ​ຊັບ​ສິນ​ທາງ​ປັນຍາ, ​ແຫຼ່ງຊັບພະຍາກອນ​ມະນຸດ…​ແມ່ນ​ບັນດາ​ບັນຫາ​ທີ່​ບັນດາ​ວິ​ສາ​ຫະກິດ​ເຂດ Liguria, ອີ​ຕາ​ລີ ມີ​ຄວາມເອົາ​ໃຈ​ໃສ່​ເປັນ​ພິ​ເສດ ​ແລະ ຕັ້ງຫລາຍ​ຄຳ​ຖາມ​​ໃນ​ການ​ໂອ້​ລົມ​ສົນທະນາ​ສົ່ງ​ເສີມ​ການ​ຄ້າ​ການ​ລົງທຶນ​ເຂົ້າ ຫວຽດນາມ ​ໂດຍ​ສະຖານທູດ ຫວຽດນາມ, ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ນະຄອນ Genova ​ແລະ ສະມາຄົມ​ມິດຕະພາບ ອີ​ຕາ​ລີ - ຫວຽດນາມ ​ສາຂາເຂດ Loguria ສົມທົບ​ກັນ​ຈັດ​ຕັ້ງ​ໃນ​ວັນ​ທີ 26/04 ຢູ່​ນະຄອນ Genova ອີ​ຕາ​ລີ. ກ່່າວ​ຄຳ​ເຫັນ​ທີ່​ການ​ໂອ້​ລົ​ມສົນທະນາ, ທ່ານ ກາວ​ຈີ​ງທ້ຽນ ​ເອກ​ອັກ​ຄະ​ລັດຖະທູດ ຫວຽດນາມ ປະຈຳ ອີ​ຕາ​ລີ ​ເນັ້ນ​ໜັກ​ວ່າ: 2 ປະ​ເທດ​ຄວນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ​ໃຫ້​ເໝາະ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ 2 ຝ່າຍ ກໍ່ຄື​ປະຫວັດ​ສາດ​​ແຫ່ງການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​​ທີ່ມີ​ຢູ່​ແລ້ວ. ຕາມທ່ານ​ເອກ​ອັກຄະ​ລັດຖະທູດ ກາວ​ຈີ​ງທ້ຽນ ​ໂດຍ​ຜ່ານ​ຕະຫລາດ ຫວຽດນາມ, ບັນດາ​ວິ​ສາ​ຫະກິດ ອີ​ຕາ​ລີ ມີ​ຄວາມ​ສາມາດ​ເປີດ​ກ້ວາງ​ການ​ລົງທຶນ, ການ​ຄ້າຕື່ມ​ອີກ ​ເຖິງ​ບັນດາ​ປະ​ເທດ​ສະມາຊິກ​ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ)

        ທ່ານ Paolo Odone ປະທານ​ຫ້ອງການ​ການ​ຄ້າ​ນະຄອນ Genova ຊີ້​ແຈ້ງວ່າ: ຫ້ອງ​ການ​ການ​ຄ້າ ​ແລະ ອຸດສາຫະກຳ Genova ປາດ​ຖະໜາ​ຢາກ​ຊຸກຍູ້​ບັນດາ​ກາລະ​ໂອກາດ​ທຳ​ມາ​ຫາ​ກິນ​ຢູ່​ຕ່າງປະ​ເທດ, ພິ​ເສດ​ແມ່ນ​ຢູ່​ບັນດາ​ຕະຫລາດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຄື ຫວຽດນາມ.

ຂ່າວ/ບົດ​ອື່ນ