ວິສາຫະກິດອາເມລິກາຕີລາຄາສູງມາດຕະການຂອງຫວຽດນາມໃນການຮັບປະກັນຄວາມປອດໄພໃຫ້ບັນດາວິສາຫະກິດຕ່າງປະເທດ

ວິສາຫະກິດອາເມລິກາຕີລາຄາສູງມາດຕະການຂອງຫວຽດນາມໃນການຮັບປະກັນຄວາມປອດໄພໃຫ້ບັນດາວິສາຫະກິດຕ່າງປະເທດ - ảnh 1
ພາບປະກອບ

(vovworld) – ວັນ​ທີ 11/6, ຢູ່​ວໍ​ຊິງ​ຕັນ, ທ່ານ​ ຫງວຽນ​ກວກ​ເກື່ອງ, ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈ​ຳ ອາ​ເມ​ລິ​ກາ ​ໄດ້​ພົບ​ປະ​ກັບ​ກຸ່ມ​ຜູ້ນຳ​ບັນດາ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ​ເພື່ອ​​ແລກປ່ຽນ​ກ່ຽວ​ກັບ​ສັນຍາ​ຄູ່ຮ່ວມ​ມື​ເຂດ ປາຊີ​ຟິກ (TPP) ​ແລະ ການ​ພົວພັນ ຫວຽດນາມ - ອາ​ເມ​ລິ​ກາ.

    ​ໄປ​ຄຽງຄູ່​ກັບ​ເລື່ອ​ງຮຽກຮ້ອງ​ໃຫ້​ປະຊາ​ຄົມ​ວິ​ສາ​ຫະກິດ ​ອາ​ເມ​ລິ​ກາ ສືບ​ຕໍ່​ສະໜັບສະໜູນ​ເລື່ອງ​ສິ້ນ​ສຸດ​ການ​ເຈລະຈາ ​ແລ​ະ ​ເຊັນ​ສັນຍາ TPP ​ໂດ​ຍ​ໄວ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ກວກ​ເກື່ອງ ລາຍ​ງານ​ໂດຍ​ສັງ​ເຂ​ບກ່ຽວ​ກັບ​ສະພາບ​ຄວາມ​ເຄັ່ງ​ຕຶງ​ປິນຂັ້ນ​ໄດ​ໃນ​ປະຈຸ​ບັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຍ້ອນ​ການ​ກະທຳ​ພຽງ​ລຳພັງ​ຝ່າຍ​ດຽວ ​ແລະ ຜິດ​ກົດໝາຍ​ຂອງ ຈີນ ​ໃນ​ການຕັ້ງ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ - 981 ​ເຂົ້າ​ເລິກ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ ຫວຽດນາມ. ກຸ່ມ​ບັນດາ​ຜູ້ນຳ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ມີ​ຄວາມ​ວິຕົກ​ວັງ​ວົນ​ຢ່າງ​ເລິກ​ເຊິ່ງ ກ່ຽວ​ກັບ​ຄວາມ​ເຄັ່ງ​ຕຶງ​ປິນຂັ້ນ​ໄດ​ອາ​ດຈະ​ພາ​ໄປ​ເຖິງ​​ການ​ຄ້າຂາຍຖືກ​ຢຸດ​ສະ​ງັກ, ຫວັງ​ວ່າ, ຝ່າຍ​ຕ່າງໆຈະ​ລະງັບ​ໃຈ ​ແລະ ມີ​ມາດ​ຕະການ​ຫລຸດຜ່ອນ​ຄວາມ​ເຄັ່ງ​ຕຶງ.

    ປະຊາ​ຄົມ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ກໍ່​ຕີ​ລາຄາ​ສູງ​ບັນດາ​ມ​າດຕະການ​ຮອບດ້ານ​ຂອງ​ລັດຖະບານ ຫວຽດນາມ ​ເພື່ອ​ແນ​ໃສ່ຮັບປະກັນ​ກ່ຽວ​ກັບ​ຊີວິດ​ອິນ​ຊີ ​ແລະ ຊັບ​ສົມບັດ ກໍ່​ຄື​ສິດຜົນປະ​ໂຫຍ​ດ​ອັບ​ຊອບທຳ​ຂອງ​ບັນດາ​ອົງການຈັດ​ຕັ້ງ, ວິ​ສາ​ຫະກິດ ​ແລະ ​ບຸກຄົນຊາວ​ຕ່າງປະ​ເທດ​ຢູ່ ຫວຽດນາມ. ປະຊາ​ຄົມ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ມີ​ຄວາມ​ເພິ່ງພໍ​ໃຈ​ເມື່ອ​ເຫັນ​ວ່າ​ສະພາບ​ການ​ຢູ່ ຫວຽດນາມ ​ໄດ້​ກັບ​ຄືນ​ສູ່​ສະພາບ​ປົກກະຕິ, ການ​ເຄື່ອນ​ໄຫວ​ຜະລິດ, ດຳ​ເນີນ​ທຸລະ​ກິດ​ເກືອບ​ທັງ​ໝົດ​ໄດ້​ຮັບ​ການ​ຟື້ນ​ຟູ​.


ຂ່າວ/ບົດ​ອື່ນ