ວິ​ສາ​ຫະ​ກິດໄທຊ່ວຍ​ເຫຼືອ​ເງິນ 1 ຕື້ດົ່ງ​ ​ໃຫ້​ແກ່​ແຂວງເບັ໊ນ​ແຈ​​ເພື່ອ​ປ້ອງ​ກັນສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid -19

(VOVWORLD) - ກຸ່ມບໍລິສັດຜະລິດພະລັງງານແຖວໜ້າຢູ່ໄທ GULF ໄດ້ຊ່ວຍເຫຼືອເງິນ 1 ຕື້ດົ່ງ (ປະມານ 43.000 USD) ໃຫ້ປະຊາຊົນແຂວງເບັ໊ນແຈ ຂອງຫວຽດນາມເພື່ອຫຼຸດຜ່ອນຄວາມຫຍຸ້ງຍາກໃນໄລຍະເກີດໂລກລະບາດ Covid -19.
ວິ​ສາ​ຫະ​ກິດໄທຊ່ວຍ​ເຫຼືອ​ເງິນ 1 ຕື້ດົ່ງ​ ​ໃຫ້​ແກ່​ແຂວງເບັ໊ນ​ແຈ​​ເພື່ອ​ປ້ອງ​ກັນສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid -19 - ảnh 1ພິທີມອບຮັບເງິນໜູນຊ່ວຍ (ພາບ:  TTXVN)

        ເບັ໊ນແຈແມ່ນທ້ອງຖິ່ນແຫ່ງທີ 2 ຂອງຫວຽດນາມໄດ້ຮັບການຊ່ວຍເຫຼືອຈາກ GULF ເພື່ອຫຼຸດຜ່ອນຜົນກະທົບຂອງໂລກລະບາດ Covid -19. ກ່ອນໜ້ານັ້ນ, ກຸ່ມບໍລິສັດນີ້ ຍັງໄດ້ຊ່ວຍເຫຼືອເງິນ 2 ຕື້ (ປະມານ 85.000 USD)ໃຫ້ແກ່ປະຊາຊົນແຂວງນິງທ້ວນເພື່ອໜູນຊ່ວຍໃນການປ້ອງກັນ, ສະກັດກັ້ນໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ