ວິສາຫະກິດໜູນຊ່ວຍ ຊາວປະມົງຕິດພັນ ກັບທະເລ
(ພາບປະກອບ: http://dantri.com.vn)
(vovworld) –ວັນທີ 17/8, ບໍລິສັດໃຫ່ຍການຄ້າໄຊງ່ອນ (SATRA) ໄດ້ມອບຈຳນວນເງິນ 500 ລ້ານດົ່ງໃຫ້ກອງທຶນໜູນຊ່ວຍຊາວປະມົງກວາງຫງ້າຍ. ນີ້ແມ່ນການເຄື່ອນໄຫວໃນລາຍການ “SATRA ເພື່ອທະເລໝູ່ເກາະຂອງບ້ານເກີດເມືອງນອນ“ ປີ 2014. ພາຍຫຼັງປະຕິບັດໂຄງການ “SATRA ເພື່ອທະເລໝູ່ເກາະຂອງບ້ານເກີດເມືອງນອນ“ ເປັນເວລາ 3 ປີ, SATRA ໄດ້ຂົນຂວາຍການບໍລິຈາກເງິນໄດ້ເກືອບ 6 ຕື້ດົ່ງເພື່ອຈັດຕັ້ງການເຄື່ອນໄຫວຕ່າງໆຄື: ກວດ, ປິ່ນປົວພະຍາດ, ສະໜອງຢຸດຢາໂດຍບໍ່ເກັບຄ່າ ແລະ ມອບຂອງຂວັນໃຫ້ແກ່ຊາວປະມົງ, ລູກຫຼານຂອງເຂົາເຈົ້າ 2200 ເທື່ອຄົນ, ມອບຈຳນວນເງິນ 900 ຕື້ດົ່ງໃຫ້ແກ່ກອງທຶນໜູນຊ່ວຍຊາວປະມົງບັນດາແຂວງບິ່ງດິ້ງ ແລະ ກວາງຫງ້າຍ... SATRA ໄດ້ປຸກລະດົມພະນັກງານ, ພາລະກອນສົ່ງຂໍ້ຄວາມສະໜັບສະໜູນຊາວປະມົງ; ຈັດການໂອ້ລົມຄັ້ງຕ່າງໆເພື່ອໂຄສະນາກ່ຽວກັບທະເລໝູ່ເກາະ, ກ່ຽວກັບກົດໝາຍວ່າດ້ວຍທະເລຫວຽດນາມ..../.