ວາງລະເບີດສະຫຼະຊີບຢູ່ທາງທິດຕາເວັນອອກສ່ຽງເໜືອ Negeria, 60 ຄົນເສຍຊີວິດ ແລະຮັບບາດເຈັບ

(VOVWORLD) -ຢ່າງນ້ອຍສຸດມີ 15 ຄົນຖືກເສຍຊີວິດ ແລະ 43 ຄົນໄດ້ຮັບບາດເຈັບໃນເຫດວາງລະເບີດຢູ່ສະຖານທີ່ແຈກຢ່າຍເຄື່ອງກູ້ຊ່ວຍຢູ່ທາງທິດຕາເວັນອອກສ່ຽງເໜືອ Nigeria ໃນວັນທີ 18 ກັນຍາ.

ວາງລະເບີດສະຫຼະຊີບຢູ່ທາງທິດຕາເວັນອອກສ່ຽງເໜືອ Negeria, 60 ຄົນເສຍຊີວິດ ແລະຮັບບາດເຈັບ - ảnh 1 ເຫດບຸກໂຈມຕີໄດ້ຮັບຢືນຢັນວ່າ ໂດຍກຳລັງ Boko Haram ດຳເນີນ

(ພາບ: AFP/TTXVN)

ເຫດບຸກໂຈມຕີໄດ້ຮັບຢືນຢັນວ່າ ໂດຍກຳລັງ Boko Haram ດຳເນີນ. ກຳລັງກູ້ໄພກູ້ຊີບໃຫ້ຮູ້ວ່າ, ເຫດວາງລະເບີດສະຫຼະຊີບຄັ້ງທຳອິດເກີດຂຶ້ນໃນຕອນທ່ຽງຂອງວັນດຽວກັນຢູ່ບ້ານ Mashalari, ເຂດ Konduga, ຫ່າງຈາກເມືອງເອກ Maiduguri ຂອງລັດ Borno 40 ກ.ມ, ເມື່ອປະຊາຊົນພວມເຕົ້າໂຮມເພື່ອຮັບເອົາເຄື່ອງກູ້ຊ່ວຍໂດຍອົງການບໍ່ຂຶ້ນກັບລັດຖະບານແຈກຢ່າຍໃຫ້. ຫຼັງຈາກນັ້ນປະມານ 12 ນາທີ, ມີເປົ້າໝາຍໜຶ່ງອີກແມ່ນແມ່ຍິງ ກໍ່ວາງລະເບີດສະຫຼະຊີບ, ແຕ່ພຽງແຕ່ມີຜູ້ບຸກໂຈມຕີນັ້ນຖືກເສຍຊີວິດເທົ່ານັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ