ໝູ່ເກາະຮ່ວາງຊາ
ພາບ:internet
|
(vovworld)-ການວາງສະແດງຖືກໄຂຂຶ້ນໃນຕອນເຊົ້າວັນທີ 28/3 ຢູ່ ແຂວງ ຟູອຽນ ແມ່ນການເຄື່ອນໄຫວນອນໃນລາຍການເຄື່ອນໄຫວ Festival ສິນໃນນຳ້ຫວຽດນາມປີ 2014 ຢູ່ ແຂວງ ຟູອຽນ.
ໃນການວາງສະແດງຄັ້ງນີ້ ໄດ້ເຕົ້າໂຮມເອກະສານ,ວັດຖຸພັນ, ສິ່ງພິມຫລາຍຢ່າງ ແລະ ແຜນທີ່ເກືອບ 150 ແຜ່ນ ແມ່ນພະຍານຫລັກຖານປະຫວັດສາດ ແລະ ກົດໝາຍ ຢືງຢືນ: ລັດຫວຽດນາມຈາກສະໄຫມສັກດີນາຮອດປະຈຸບັນ ໄດ້ຮັບຮູ້ອະທິປະໄຕຂອງຫວຽດນາມ ທີ່ມີຕໍ່ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ. ພິເສດ ມີແຜນທີ່ 65 ແຜ່ນ ພິສູດໃຫ້ເຫັນອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະ 2 ແຫ່ງດັ່ງກ່າວ ໂດຍບັນດາປະເທດຝ່າຍຕາເວັນຕົກປະກາດຈາກສັດຕະວັດທີ 17 ມາຮອດປະຈຸບັນ, ແຜນທີ່ (atlas) 4 ແຜ່ນ ແລະ ແຜນທີ່ອື່ນ 30 ແຜ່ນໂດຍ ລັດຈີນ ພິມຈຳຫນ່າຍຢ່າງເປັນທາງການຜ່ານບັນດາໄລຍະປະຫວັດສາດ, ສະແດງໃຫ້ເຫັນວ່າ ຈີນບໍ່ກ່ຽວຂ້ອງເຖິງໝູ່ເກາະ 2 ແຫ່ງດັ່ງກ່າວ. ນອກນັ້ນ ງານວາງສະແດງຍັງແນະນຳບັນດາເອກະສານອື່ນ ຢືນຢັນ ອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ.