ວາລະປະຊຸມຄັ້ງທີ 32 ຄະນະປະຈຳສະພາ ແຫ່ງຊາດ


ວາລະປະຊຸມຄັ້ງທີ 32 ຄະນະປະຈຳສະພາ ແຫ່ງຊາດ - ảnh 1

(ພາບ: Nhan Sáng/TTXVN)

 (vovworld)- ​ ​ຕອນ​​ເຊົ້າວັນ​ທີ 8/10, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ສືບ​ຕໍ່​ລາຍການ​ເຮັດ​ວຽກ​ໃນ​ວາລະ​ປະຊຸມ​ຄັ້ງທີ 32 ດ້ວຍ​ເນື້ອ​ໃນ​ກະກຽມຈັດ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 8 ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13. ຕາມ​ບົດ​ລາຍ​ງານ​ຂອງ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ, ມາ​ຮອດ​ປະຈຸ​ບັນ, ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ໄດ້​ຮັບ​ຄຳ​ເຫັນ​ປະກອບ​ຂອງ​ຫຼາຍ​ຄະນະ ສສຊ, ສສຊ ຈຳ​ນວນ 1 ​ແລະ ບາງອົງການ​ກ່ຽວຂ້ອງ​ກ່ຽວ​ກັບ​ການກະກຽມຈັດ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 8 ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13. ຄຳ​ເຫັນ​ສ່ວນ​ຫຼາຍ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ແຜນ​ການ​ພ້ອມ​ທັງ​ສະ​ເໜີ​ເພີ່ມ​ເຕີມ​ເຂົ້າ​ໃນ​ລາຍການ​ເຮັດ​ວຽກ​ເນື້ອ​ໃນ​ຄື: ຮັບ​ຟັງ​ລັດຖະບານ​ລາຍ​ງານ​ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ການ​ຜັນ​ຂະຫຍາຍ​ລັດຖະຍັນ​ຍັດ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ປະ​ເທດ​ຊາດ; ສະພາບ​ການ​ຂອງ​ຄົນ​ງານ​ຕ່າງປະ​ເທດ​ຢູ່​ຫວຽດນາມ… ​ແລະ ​ກໍ່​ໃນ​ຕອນ​ເຊົ້າຂອງ​ວັນ​ດຽວ​ກັນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້ຮັບ​ຟັງ​ຄະນະ​ຕິດຕາມ​ກວດກາ ​ແລະ ລັດຖະບານ​ລາຍ​ງານ​ເພີ່ມ​ເຕີມ​ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຢູ່​ເຂດ​ທົ່ງພຽງ​ແມ່ນ້ຳຂອງ./.

ຂ່າວ/ບົດ​ອື່ນ