ວາລະປະຊຸມຄັ້ງທີ 4 ຂອງກຳມາທິການວິທະ ຍາສາດເຕັກໂນໂລຢີ ແລະ ສິ່ງແວດລ້ອມ

ວາລະປະຊຸມຄັ້ງທີ 4 ຂອງກຳມາທິການວິທະ ຍາສາດເຕັກໂນໂລຢີ ແລະ ສິ່ງແວດລ້ອມ - ảnh 1
(ພາບປະກອບ)

(vovworld) - ວາລະ​ປະຊຸມ​ຄັ້ງ​ທີ 4 ຂອງ​ກຳມາ​ທິການ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ ​ແລະ ສິ່ງ​ແວດ​ລ້ອມຂອງ​ສະພາ​ແຫ່ງ​ຊາດ​ຖືກ​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 20-21/9 ຢູ່ ຮ່າ​ໂນ້ຍ, ​ເພື່ອ​ປຶກສາ​ຫາລື​ຫຼາຍ​ເນື້ອ​ໃນ​ທີ່​ສຳຄັນ​ຄື: ພິຈາລະນາ, ຕີ​ລາຄາ​ສະພາບ​ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບວິທະຍາສາດ​ເຕັກ​ໂນ​ໂລ​ຢີ​, ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ​ບາງໂຄງການ​ໃຫຍ່​; ກວດກາ​ຮ່າງ​ກົດໝາຍຈຳນວນ​ໜຶ່ງ. ຕອນ​ເຊົ້າ​ວັນ​ທີ 20/9, ​ໄດ້​ດຳ​ເນີນ​ການກວດກາ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ ​ແລະ ຫຼຸດຜ່ອນ​ໄພ​ທຳ​ມະ​ຊາດ. ກຳມາ​ທິການ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ ​ແລະ ສິ່ງ​ແວດ​ລ້ອມ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ສູງ​ຕໍ່​ເລື່ອງ​ສະ​ແດງ​ໃຫ້​ເຫັນ​ທັດສະນະ​ປ່ຽນ​ໃໝ່​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ​ຈາກ​ການ​ຮັບ​ມື​ໄປ​ສູ່​ການ​ຄວບ​ຄູ​ມຄວາມ​ສ່ຽງ​ໂດຍ​ໄພ​ທຳ​ມະ​ຊາດ​ກໍ່​ຂຶ້ນ. ກ່າວ​ຂ້ອງ​ເຖິງ​ນະ​ໂຍບາຍ​ຂອງ​ລັດ​ໃນ​ຂົງ​ເຂດ​ປ້ອງ​ກັນ​ຕ້ານ​ໄພ​ທຳ​ມະ​ຊາດ, ສະມາຊິກ​ບາງ​ທ່ານ​ໃນກຳມາ​ທິການ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ ​ແລະ ສິ່ງ​ແວດ​ລ້ອມ​ໄດ້​ເຫັນ​ດີ​ທີ່​ວ່າ, ຮ່າງ​ກົດໝາຍ​ຄວນ​ເພີ່ມ​ເຕີມ​ບາງ​ນະ​ໂຍບາຍ​ຄື: ບຳລຸງ​ສ້າງ, ​ໂຄສະນາ, ຍົກ​ສູງ​ຄວາມ​ຮັບ​ຮູ້​ໃຫ້​ແກ່​ປະຊາ​ຄົມ ​ແລະ ປະຊາຊົນ; ຍົກ​ຍ້າຍ​ປະຊາຊົນ​ຢູ່​ເຂດ​ປະສົບ​ໄພ​ທຳ​ມະ​ຊາດ​ຢ່າງ​ໜັກໜ່ວງ​​ໄປ​ຍັງເຂດ​ປອດ​ໄພ; ​ແກ້​ໄຂ​ຄວາມ​ສ່ຽງ​​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ທີ່​ລົງທຶນ​ເຂົ້າ​ເຂດ​ທີ່​ມີ​ໄພ​ເກີດ​ຄວາມ​ສ່ຽງສູງ…ຕອນ​ບ່າຍ, ບັນດາ​ສະມາຊິກ​ກຳມາ​ທິການ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ ​ແລະ ສິ່ງ​ແວດ​ລ້ອມປຶກສາ​ຫາລື, ປະກອບ​ຄວາມ​ເຫັນ​ໃຫ້​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ (ສະບັບ​ປັບປຸງ) ກໍ່​ຄື​ສຸມ​ໃສ່​ປຶກສາ​ຫາລື​ຫຼັກການ​ເຄື່ອນ​ໄຫວ​ວິທະຍາສາດ ​ເຕັກ​ໂນ​ໂລ​ຢີ; ລັກສະນະ​ເປັນ​ເອກະ​ພາບ​ລະຫວ່າງກົດໝາຍ​ວ່າ​ດ້ວຍ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ (ສະບັບ​ປັບປຸງ) ກັບ​ລະບົບ​ກົດໝາຍ ​ແລະ ລັກສະນະ​ເປັນ​ໄປ​ຂອງ​ກົດໝາຍ.

ຂ່າວ/ບົດ​ອື່ນ