ວາລະ​ປະຊຸມ​ຄັ້ງປະຖົມມະ​ເລີກ ສະພາ​​ການ​ພັດທະນາ​ແບບ​ຍືນ​ຍົງ

ວາລະ​ປະຊຸມ​ຄັ້ງປະຖົມມະ​ເລີກ ສະພາ​​ການ​ພັດທະນາ​ແບບ​ຍືນ​ຍົງ - ảnh 1

ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ທີ່​ວາລະ​ປະຊຸມ

(ພາບ:laodong.com.vn)​

( vovworld ) – ຕອນ​ເຊົ້າວັນທີ 19/7, ທີ່​ສຳນັກງານ​ລັດຖະບານ, ສະພາ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ້​ງ​ແຫ່ງ​ຊາດ​ໄດ້​ຈັດ​ວາລະ​ປະຊຸມ​ຄັ້ງປະຖົມມະ​ເລີກ ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan. ສະພາ​​​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ້​ງແຫ່ງ​ຊາດ ມີໜ້າ​ທີ່​ເປັນ​ເສນາ​ທິການ, ​ເປັນ​ທີ່​ປຶກສາ​ຊ່ວຍ​ລັດຖະບານ, ນາຍົກລັດຖະມົນຕີຊີ້ນຳ​ການ​ສ້າງ ​ແລະ ປະຕິບັດ​ຍຸດ​ທະ​ສາດ, ນະ​ໂຍບາຍ, ບັນດາ​ລາຍການ, ໜ້າ​ທີ່ ​ແລະ ການ​ເຄື່ອນ​ໄຫວ​ກ່ຽວ​ກັບການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ້​ງ​; ພ້ອມ​ກັບ​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ປະຕິບັດ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ້ງ​. ໜ້າ​ທີ່​ໃຫ້​ບຸລິມະສິດ​ອື່ນ​ຂອງ​ສະພາ​ແມ່ນ​ຕີ​ລາຄາ​ການ​ປະຕິບັດ​ບັນດາ​ຈຸດໝາຍ, ຄາດໝາຍການ​ພັດທະນາ​ແບບ​ຍືນ​ຍົງ ຕາມ​ການ​ກຳນົດ​ທິດ​ຍຸດ​ທະສາດການ​ພັດທະນາ​ແບບ​ຍືນ​ຍົງ​ຢູ່​ຫວຽດນາມ ​ໂດຍ​ນາຍົກລັດຖະມົນຕີ​ໄດ້​​ເຊັນ​ອະນຸມັດ…. ​ເມື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ເນື້ອ​ໃນ​ນີ້, ບັນດາ​ຜູ້​ແທນ​ລ້ວນ​ແຕ່​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ໂດຍ​ຖື​ວ່າ: ການ​ກຳນົດ​ທິດ​ບຸລິມະສິດ ​ເພື່ອ​ການພັດທະນາປະ​ເທດ​ຊາດ​ແບບ​ຍືນ​ຍົງ​ໃນ​ໄລຍະ 2011-2020 ​ແມ່​ນສຸມ​ໃສ່​ການ​ຮັກສາ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ແບບ​ຍືນ​ຍົງ, ຍົກ​ສູງ​ຄຸນ​ນະພາ​ບການ​ເຕີບ​ໂຕ, ຮັບປະກັນ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ….

ຂ່າວ/ບົດ​ອື່ນ