ວາລະປະຊຸມຄົບຄະນະຄັ້ງທີ4ກຳມາທິການເສດຖະກິດຂອງສະພາແຫ່ງຊາດ

(VOVWORLD) -ວັນທີ 11 ພຶດສະພາ ຢູ່ຮ່າໂນ້ຍ, ກຳມາທິການເສດຖະກິດຂອງສະພາແຫ່ງຊາດ ໄດ້ຈັດຕັ້ງວາລະປະຊຸມຄົບຄະນະຄັ້ງທີ 4 ເພື່ອຕີລາຄາເພີ່ມເຕີມໝາກຜົນແຫ່ງການປະຕິບັດແຜນການພັດທະນາເສດຖະກິດສັງຄົມປີ 2016, ສະພາບການປະຕິບັດແຜນການໃນຊຸມເດືອນຕົ້ນປີ 2017, 
ວາລະປະຊຸມຄົບຄະນະຄັ້ງທີ4ກຳມາທິການເສດຖະກິດຂອງສະພາແຫ່ງຊາດ - ảnh 1

ກວດກາຮ່າງກົດໝາຍປັບປຸງ,ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍບັນດາອົງການສິນເຊື່ອ ແລະ ຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບການແກ້ໄນຫນີ້ເສຍຂອງບັນດາອົງການສິນເຊື່ອ. ຜ່ານການປຶກສາຫາລື, ບັນດາຜູ້ແທນລ້ວນແຕ່ເຫັນດີໂດຍຖືວ່າ ສະພາບການເສດຖະກິດ ສັງຄົມຢູ່ພາຍໃນປະເທດໃນໄລຍະຈະມາເຖິງຈະປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ, ໄພເງິນເຟີ້ຖືກກຳລັງດັນເພີ່ມຂຶ້ນໃນສະພາບການເສດຖະກິດເຕີບໂຕຢູ່ໃນລະດັບຕ່ຳ. ຜູ້ແທນຫລາຍທ່ານຖືວ່າ ໃນໄລຍະຈະມາເຖິງ, ບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນຕ່າງໆ ຄວນຍົກສູງຄຸນນະພາບການທ່ອງທ່ຽວ, ພ້ອມທັງກະກຽມບັນດາເງື່ອນໄຂ ແລະ ຜະລິດຕະພັນການທ່ອງທ່ຽວເປັນຢ່າງດີເພື່ອຍາດແຍ່ງກາລະໂອກາ, ຕ້ອນຮັບນັກທ່ອງທ່ຽວມາຫວຽດນາມ, ພິເສດໃນໂອກາດ ຫວຽດນາມ ແມ່ນປະເທດເຈົ້າພາບຈັດຕັ້ງເວທີປາໄສ APEC ຊື່ງຈັດຕັ້ງໃນທ້າຍປີ ເພື່ອຊຸກຍູ້ການໂຄສະນາ, ສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວໃນຊຸມປີຕໍ່ໄປ. 

ຕອບກັບ

ຂ່າວ/ບົດ​ອື່ນ