ວາລະ​ພິພາກສາ​ອະດີດ ​ປະທານາທິບໍດີ Morsi ​ໄດ້​ຮັບ​ການຖ່າຍ​ຖອດ​ສົດ


ວາລະ​ພິພາກສາ​ອະດີດ ​ປະທານາທິບໍດີ Morsi ​ໄດ້​ຮັບ​ການຖ່າຍ​ຖອດ​ສົດ - ảnh 1

ອະດີດປະທານາທິບໍດີ Mohamad Morsi

(ພາບ: AFP/Getty Images) 

(vovworld)- ວັນ​ທີ 27/1, ຜູ້ນຳ​ໜ້ານ​ອາຍາ​ກາຍໂຣ ​ໃຫ້​ຮູ້​ວ່າ, ວາລະ​ພິພາກສາ​ເມື່ອ​ວັນ​ທີ 28/1 ສຳລັບ​ອະດີດປະທານາທິບໍດີ Mohamad Morsi ຈະ​ໄດ້ຖ່າຍ​ຖອດ​ສົດ​ໃນ​ທາງໂທລະພາບ​ແຫ່ງ​ຊາດ. ນີ້​ແມ່ນ​ຄັ້ງທຳ​ອິດ​ທີ່ ວາລະ​ພິພາກສາ ທ່ານ Mohamad Morsi ​ໄດ້​ຖ່າຍ​ທອດ​ສົດ ​ແລະ​ແມ່ນຄັ້ງທີ 2 ທີ່​ທ່ານ Mohamad Morsi ປະກົດ​ຕົວ​ຕໍ່​ມະຫາຊົນ​ນັບ​ແຕ່​ທ່ານ​ຖືກກອງທັບ​ໂຄ່ນ​ລົມ​ເມື່ອ​ຕົ້ນເດືອນ 7/2013 ຜ່ານ​ມາ. ​ໃນ​ວາລະ​ພິພາກສາ​ເມື່ອ​ວັນ​ທີ 28/1, ທ່ານ Mohamad Morsi ​ແລະ 130 ຄົນ​ຂອງ​ອົງການ​ອ້າຍ​ນ້ອງ​ຊາວ​ມຸດ​ຊະ​ລິ​ມ ຕ້ອງ​ຂຶ້ນ​ສານ​ດ້ວຍ​ບັນດາ​ໂທດ​ສົມທົບ​ກັບ​ຂະ​ບວນການ​ປະກອບ​ອາວຸດ​ຮາ​ມາດ ຂອງ​ປາ​ແລດ​ສະຕິ​ນ ​ແລະ ຂະ​ບວນການ​ແຮກ​ໂບລາ ຢູ່​ລີ​ບັງ ຈັດການ​ແຫກ​ຄຸກ, ລອບ​ຈັບ​ຕົວ ​ແລະ ​ເຂັ່ນຂ້າ​ບັນດາ​ນາຍ​ຕຳຫຼວດ​ໃນຕົ້ນປີ 2011./.

 

ຂ່າວ/ບົດ​ອື່ນ