ວ​າ​ລະ​ສານ ອ​າ​ເມ​ລິ​ກາ: ໂຮ້ຍ​ອານ​ແມ່ນ​ນະ​ຄອນ​ສຸດຍອດ​ໃນ​ໂລກ

(VOVWORLD) -ຂ້າມຜ່ານຫຼາຍນະຄອນທີ່ມີຊື່ສຽງອື່ນໆ, ຄຸມເມືອງໂຮ້ຍອານຂຶ້ນກັບແຂວງ ກ໋ວາງນາມ, ຫວຽດນາມ ໄດ້ຮັບການຄັດເລືອກແມ່ນຈຸດນັດພົບສຸດຍອດໃນໂລກຈາກ ວາລະສານການທ່ອງທ່ຽວທີ່ມີຊື່ສຽງແຖວໜ້າຂອງໂລກ Travel + Leisure. 
 ວ​າ​ລະ​ສານ ອ​າ​ເມ​ລິ​ກາ: ໂຮ້ຍ​ອານ​ແມ່ນ​ນະ​ຄອນ​ສຸດຍອດ​ໃນ​ໂລກ - ảnh 1ຂົວ ເກົ່າ ຢູ່ ໂຮ້ຍອານ ດ້ວຍບັນດາຈຸດສະຖາບັດຕະຍາກຳທີ່ເປັນເອກະລັກສະເພາະ (ພາບ: TTXVN) 

ຕາຕະລາງ ຈັດອັນດັບ “ບັນດານະຄອນສຸດຍອດໃນໂລກ” (Top 15 Cities in the World) ຂອງ Travel + Leisure ໄດ້ລວບລວມໝາກຜົນຂອງການຄັດເລືອກຈາກບັນດາຜູ້ອ່ານຂອງວາລະສານນີ້, ອີງຕາມບັນດາມາດຖານລວມມີ: ບັນດາ ທັດສະນີຍະພາບ, ວັດທະນະທຳ, ສະຖາບັດຕະຍະກຳ, ອາຫານການກິນ, ຄວາມສະໜິດສະໜົມ, ການຊື້ເຄື່ອງ ແລະ ມຸນຄ່າສັງລວມ.

        ຕາມໝາກຜົນນີ້ທີ່ຫາກໍ່ໄດ້ປະກາດ ໃນ Travel + Leisure, ຄຸ້ມເມືອງເກົ່າໂຮ້ຍອານໄດ້ຮັບ 90,39/100 ຄະແນນ, ດ້ວຍການເລືອກຕັ້ງ ຂອງ “ຊາວທ້ອງຖິ່ນຮັກແພງແຂກຄົນ ສະໜິດສະໜົມ, ວັດທະນະທຳ, ມໍລະດົກ ແລະ ອາຫານການກິນທີ່ອຸດົມສົມບຸນ”.

ຕອບກັບ

ຂ່າວ/ບົດ​ອື່ນ