ວຽກງານປົກປ້ອງພົນລະເມືອງຫວຽດນາມຢູ່ມາເລເຊຍ, ຍີປຸ່ນ ແລະ ສິງກະໂປ

    ວຽກງານປົກປ້ອງພົນລະເມືອງຫວຽດນາມຢູ່ມາເລເຊຍ, ຍີປຸ່ນ ແລະ ສິງກະໂປ - ảnh 1
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ທິ​ທູ​ຮັ່ງ

(vovwold)- ຕາມ​ຂ່າວ​ເມື່ອ​ວັນ​ທີ 7/4 ຂອງ​ສະ​ຖານ​ກົງ​ສູນ​ໃຫຍ່​ຫວຽດ​ນາມ​ປະ​ຈຳ​ແຂວງ ໂອ​ຊາ​ກາ ປະ​ເທດ​ຍີ​ປຸ່ນແລ້ວ, ຮອດ​ຕອນ​ທ່ຽງ​ວັນ​ທີ 7/4, ອົງ​ການ​ຕຳຫຼວດ​ແຂວງໂອ​ຊາ​ກາຢັ້ງ​ຢືນ​ວ່າ ມີ 7 ຄົນ​ຖືກ​ຈັບ​ຕົວ​ໃນ​ບໍ​ລິ​ເວນ​ແຂວງ ແມ່ນ​ພົນ​ລະ​ເມືອງ​ຫວຽດ​ນາມ. ຕຳຫຼວດ​ຍັງ​ໃຫ້​ຮູ້​ວ່າ ກໍ​ລະ​ນີນີ້​ພວມ​ຢູ່​ໃນ​ໄລ​ຍະ​ສືບ​ສວນ.

     ຕາມ​ແຫຼ່ງ​ຂ່າວ​ຈາກ​ສະ​ຖານ​ທູດ​ຫວຽດ​ນາມ​ປະ​ຈຳ​ມາ​ເລ​ເຊຍ, ພາຍຫຼັງ​ທີ່​ໄດ້​ຮັບ​ຂ່າວ​ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຂອງ​ມາ​ເລ​ເຊຍ​ກັກ​ກຳ​ປັ່ນ​ຫາ​ປາ 2 ລຳ ແລະ ຈັບ​ຕົວ​ຊາວ​ປະ​ມົງ 28 ຄົນ​ເມື່ອ​ວັນ​ທີ 2/4/2017. ສະ​ຖານ​ທູດ​ຫວຽດ​ນາມ​ປະ​ຈຳ​ມາ​ເລ​ເຊຍໄດ້​ມີ​ສານ​ທາງ​ການ​ສະ​ເໜີ​ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຂອງ​ມາ​ເລ​ເຊຍຈົ່ງ​ສະ​ໜອງ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ກໍ​ລະ​ນີນີ້​ຢ່າງ​ເປັນ​ທາງ​ການ.

       ກ່ຽວ​ຂ້ອງ​ເຖິງ​ກໍ​ລະ​ນີ​ພົນ​ລະ​ເມືອງ​ຫວຽດ​ນາມ​ຖືກ​ເສຍ​ຊີ​ວິດ ຂະ​ນະ​ທີ່​ຖືກ​ຕົກ​ຈາກ​ຊັ້ນ 15 ຂອງ​ໂຮງ​ແຮມ​ແຫ່ງ​ໜຶ່ງ​ຢູ່​ສິງ​ກະ​ໂປ​ເມື່ອ​ວັນ​ທີ 29/3/2017. ສະ​ຖານ​ທູດ​ຫວຽດ​ນາມ​ປະ​ຈຳ​ປະ​ເທດນີ້​ໃຫ້​ຮູ້​ວ່າ ຕາມ​ແຈ້ງ​ຂ່າວ​ຂອງ​ສູນ​ຕຳຫຼວດ​ສິງ​ກະ​ໂປ​ແລ້ວ, ນີ້​ແມ່ນ​ກໍ​ລະ​ນີ​ຂ້າ​ຕົວ​ຕາຍ, ບໍ່​ມີ​ສັນ​ຍານ​ສະ​ແດງ​ໃຫ້​ເຫັນ​ມີ​ການ​ກະ​ທຳ​ຜິດ​ທາງ​ອາ​ຍາ.

ຂ່າວ/ບົດ​ອື່ນ