ວິໄສທັດການພົວພັນລະຫວ່າງຫວຽດນາມແລະອາເມລິກາ-ເຮັດໃຫ້ການພົວພັນຄູ່ຮ່ວມມືຍາວນານເລິກເຊິ່ງກວ່າ.

ວິໄສທັດການພົວພັນລະຫວ່າງຫວຽດນາມແລະອາເມລິກາ-ເຮັດໃຫ້ການພົວພັນຄູ່ຮ່ວມມືຍາວນານເລິກເຊິ່ງກວ່າ. - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ເຈ​ລະ​ຈາ​ ກັບ
​ປະ​ທາ​ນາ​ທິ​ບໍ​ດີ  ອາ​ເມ​ລິ​ກາ B. Obama

(vovworld)-ນັ້ນ​ແມ່ນ​ເນື້ອ​ໃນ​ພື້ນ​ຖານ​ຂອງ​ຖະ​ແຫລງ​ການ​ຮ່ວມ ຫວຽດ​ນາມ - ອາ​ເມ​ລິ​ກາ ຊື່ງ​ໄດ້​ຮັບ​ການ​ລົງ​ນາມ​ໃນ​ວັນ​ທີ 7/7 ເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ ອາ​ເມ​ລິ​ກາ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ແຕ່​ວັນ​ທີ 6-10/7/2015. ຖະ​ແຫລງ​ການ​ຮ່ວມ​ຊີ້​ແຈ້ງວ່າ: ສອງ​ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ ຊຸກ​ຍູ້​ຜົນ​ປະ​ໂຫຍດ​ລວມ ແລະ ການ​ຮ່ວມ​ມື​ສອງ​ຝ່າຍ ແລະ ຫລາຍ​ຝ່າຍ, ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ວັດ​ທະ​ນາ​ຖາ​ວອນ​ຢູ່​ພາກ​ພື້ນ ອາ​ຊີ ປາ​ຊີ​ຟີກ ແລະ​ໃນ​ໂລກ. ສອງ​ຝ່າຍ​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ດ້ານ​ການ​ເມືອງ ແລະ ການ​ທູດ, ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ແລະ ເປີດກວ້າງ​ການ​ທາບ​ທາມ​ຄຳ​ເຫັນ​ສອງ​ຝ່າຍ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ, ສືບ​ຕໍ່​ຮ່ວມ​ມື​ສອງ​ຝ່າຍ​ໃນ​ຂົງ​ເຂດ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄ​ວາມ​ສະ​ຫງົບ. ສອງ​ປະ​ເທດ ຕັດ​ສິນ​ໃຈ​ປະ​ຕິ​ບັດ ສັນ​ຍາ TPP ມີ​ຄຸນ​ນະ​ພາບ​ສູງ. ອາ​ເມ​ລິ​ກາ ຊົມ​ເຊີຍ​ຄວ​າມ​ຄືບ​ຫນ້າ​ຂອງ​ຫວຽດ​ນາມ ໃນ​ການ​ປ​ະ​ຕິ​ຮູບ​ເສດ​ຖະ​ກິດ ແລະ ຢັ້ງ​ຢືນ​ຄືນ ຈະ​ສືບ​ຕໍ່​ສະ​ຫນັບ​ສະ​ຫນູນ ແລະ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຫວຽດ​ນາມ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ. ສອງ​ຝ່າຍ​ສືບ​ຕໍ່​ສະ​ຫນັບ​ສ​ະ​ຫນູນ​ການ​ຊຸກ​ຍູ້ ແລະ ປົກ​ປ້ອງ​ສິດ​ທິ​ມະ​ນຸດ ແລະ ສະ​ຫນັບ​ສະ​ຫນູນ​ການ​ຮັກ​ສາ​ການ​ເຈ​ລະ​ຈາ​​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ​ຢ່າງຕັ້ງ​ຫນ້າ, ກົງ​ໄປ​ກົງ​ມາ ແລະ ສ້າງ​ສັນ. ສອງ​ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ທີ່​ບັນ​ດາ​ເວ​ທີ​ປາ​ໄສ​ພາກ​ພື້ນ. ສອງ​ຝ່າຍ​ເນັ້ນ​ຫນັກ​ຄວາມ​ຈຳ​ເປັນ​ເພື່ອ​ເຊີດ​ຊູ​ບັນ​ດາ​ສິດ​ເສ​ລີ​ໃນ​ການ​ເດີນ​ທະ​ເລ ແລະ ການ​ບິນ,  ຄວາມ​ໝັ້​ນ​ຄົງ ແລະ ຄວາມ​ປອດ​ໄພໃນ​ການ​ເດີນ​ທະ​ເລ, ຈຳ​ກັດ​ບັນ​ດາ​ການ​ກະ​ທຳ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນ, ຮັບ​ປະ​ກັນ​ທຸກ​ການ​ກະ​ທຳ ແລະ ການ​ເຄື່ອນ​ໄຫວ​ຕ້ອງ​ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ. ສອງ​ຝ່າຍ​ກໍ​ບັນ​ລຸ​ໄດ້​ສັນ​ຍາ ແລະ​ຂໍ້​ຕົກ​ລົງ​ຕ່າງໆ​ເພ​ື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ສອງ​ຝ່າຍ​ຫວຽດ​ນາມ​ແລະ ອາ​ເມ​ລິ​ກາ ແລະ ສ້າງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ໃຫ້​ການ​ຮ່ວມ​ມື​ໃນ​ອະ​ນາ​ຄົດ​ຊື່ງ​ສອງ​ປະ​ເທດ​ຈະ​ສືບ​ຕໍ່​ກໍ່​ສ້າງ.

ຂ່າວ/ບົດ​ອື່ນ