ສ ເກົາຫຼີ, ລັດເຊຍ ໃຫ້ຄຳໝັ້ນສັນຍາແກ້ໄຂບັນຫານິວເຄຼຍຂອງ ສປປ ເກົາຫຼີ ໂດຍສັນຕິວິທີ

(VOVWORLD) - ສ. ເກົາຫຼີ ຈະຮ່ວມມືຢ່າງແໜ້ນແຟ້ນກັບບັນດາປະເທດມະຫາອຳນາດ ເຊື່ອມຕໍ່ການເຈລະຈາບັນຫານິວເຄຼຍຂອງ ສປປ ເກົາຫຼີ ຄືນ
ສ ເກົາຫຼີ, ລັດເຊຍ ໃຫ້ຄຳໝັ້ນສັນຍາແກ້ໄຂບັນຫານິວເຄຼຍຂອງ ສປປ ເກົາຫຼີ ໂດຍສັນຕິວິທີ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Lavrov

ທີ່ການພົບປະໃນວັນທີ 28 ກຸມພາ, ລະຫວ່າງທ່ານ Kang Kyung – wha, ລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ ແລະ ຄູ່ຕຳແໜ່ງລັດເຊຍ Sergei Lavrov, 2 ຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືດ້ານການທູດມຸ່ງໄປເຖິງການແກ້ໄຂບັນຫານິວເຄຼຍຂອງ ສປປ ເກົາຫຼີ ໂດຍສັນຕິວິທີ.

        ທ່ານລັດຖະມົນຕີການຕ່າງປະເທດ Kang ໄດ້ເນັ້ນໜັກວ່າ:  ສ. ເກົາຫຼີ ຈະຮ່ວມມືຢ່າງແໜ້ນແຟ້ນກັບບັນດາປະເທດມະຫາອຳນາດ ເຊື່ອມຕໍ່ການເຈລະຈາບັນຫານິວເຄຼຍຂອງ ສປປ ເກົາຫຼີ ຄືນ, ໄປຄຽງຄູ່ກັບການເຈລະຈາ ລະຫວ່າງ 2 ພາກເກົາຫຼີ. ສ່ວນທ່ານລັດຖະມົນຕີການຕ່າງປະເທດ Lavrov ກໍ່ສະແດງຄວາມສະໜັບສະໜູນ ແລະ ເຈດຕະນາດີຂອງ ມົດສະກູ ໃນການຮ່ວມມືກັບອຳນາດການປົກຄອງ ສ. ເກົາຫຼີ ເພື່ອແນໃສ່ປັບປຸງການພົວພັນລະຫວ່າງ 2 ພາກເກົາຫຼີ ແລະ ເຊື່ອມຕໍ່ບັນດາການພົວພັນຫຼາຍຮູບຫຼາຍແບບຄືນ, ໃນນັ້ນມີການເຈລະຈາ ອາເມລິກາ - ສປປ ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ