ສ ເກົາຫຼີ, ສປປ ເກົາຫຼີ ບໍ່ຈັດຕັ້ງການເຈລະຈາຂັ້ນສູງກະກຽມໃຫ້ແກ່ກອງປະຊຸມຄັ້ງສຸດຍອດຕື່ມອີກ

(VOVWORLD) - ຕາມເຈົ້າໜ້າທີ່ຜູ້ນີ້ແລ້ວ, ຖ້າຕ້ອງການມີການປຶກສາຫາລືຕື່ມອີກເພື່ອກະກຽມໃຫ້ກອງປະຊຸມສຸດຍອດ, 2 ຝ່າຍອາດຈະຈັດຕັ້ງການປຶກສາຫາລື...

ວັນທີ 24 ເມສາ, ເຈົ້າໜ້າທີ່ ສ ເກົາຫຼີ ທ່ານໜຶ່ງໃຫ້ຮູ້ວ່າ: ປະເທດນີ້ ແລະ ສປປ ເກົາຫຼີ ໄດ້ຕັດສິນໃຈວ່າຈະບໍ່ຈັດຕັ້ງການເຈລະຈາຂັ້ນສູງ 2 ຝ່າຍຕື່ມອີກເພື່ອກະກຽມໃຫ້ກອງປະຊຸມຄັ້ງສຸດຍອດລະຫວ່າງ 2 ຝ່າຍ ທີ່ຈະດຳເນີນໃນວັນທີ 27 ເມສາ ຈະມາເຖິງ. ຕາມເຈົ້າໜ້າທີ່ຜູ້ນີ້ແລ້ວ, ຖ້າຕ້ອງການມີການປຶກສາຫາລືຕື່ມອີກເພື່ອກະກຽມໃຫ້ກອງປະຊຸມສຸດຍອດ, 2 ຝ່າຍອາດຈະຈັດຕັ້ງການປຶກສາຫາລື ເມື່ອຄະນະສຳຫຼວດຂອງພຽງຢາງ ໄປຮອດບ່ອນທີ່ຄາດວ່າຈະຈັດຕັ້ງກອງປະຊຸມສຸດຍອດລະຫວ່າງ ສ ເກົາຫຼີ ແລະ ສປປ ເກົາຫຼີ ຢູ່ໝູ່ບ້ານຢຸດຮົບ Panmunjom ໃນວັນທີ 25 ເມສາ.

        ກ່ອນໜ້ານັ້ນ, ວັນທີ 29 ມີນາ, ສ ເກົາຫຼີ ແລະ ສປປ ເກົາຫຼີ ໄດ້ຈັດຕັ້ງການເຈລະຈາຂັ້ນສູງ, ໃນນັ້ນ, 2 ຝ່າຍໄດ້ເຫັນດີເປັນເອກະພາບກ່ຽວກັບ 3 ເນື້ອໃນໃນໂຄງການດຳເນີນງານຂອງກອງປະຊຸມສຸດຍອດລະຫວ່າງ ສ ເກົາຫຼີ ແລະ ສປປ ເກົາຫຼີ ເຊິ່ງລວມມີ: ບັນຫາປອດນິວເຄຼຍ ຢູ່ແຫຼມ ເກົາຫຼີ, ສ້າງພື້ນຖານສັນຕິພາບຢູ່ແຫຼມ ເກົາຫຼີ ແລະ ປັບປຸງການພົວພັນລະຫວ່າງ 2 ສ ເກົາຫຼີ ແລະ ສປປ ເກົາຫຼີ. 2 ຝ່າຍກໍ່ໄດ້ເຫັນດີເປັນເອກະພາບຈັດຕັ້ງບັນດາການເຈລະຈາຕື່ມອີກ ຖ້າເຫັນວ່າຕ້ອງເພີ່ມເຕີມໃຫ້ແກ່ໂຄງການດຳເນີນງານຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ