ສ ເກົາຫຼີ ແລະ ສປປ ເກົາຫຼີ ເຫັນດີເປັນເອກະພາບຈັດຕັ້ງການພົບປະສຸດຍອດໃນຕອນເຊົ້າວັນທີ 27 ເມສາ

(VOVWORLD) - ຕາມໂຄສົກທຳນຽບປະທານາທິບໍດີ ສ ເກົາຫຼີ ແລ້ວ, ສ ເກົາຫຼີ ແລະ ສປປ ເກົາຫຼີ ເຫັນດີເປັນເອກະພາບອະນຸຍາດໃຫ້ຖ່າຍທອດສົດການພົບປະສຸດຍອດຄັ້ງນີ້

ວັນທີ 23 ເມສາ, ສ ເກົາຫຼີ ແລະ ສປປ ເກົາຫຼີ ບັນລຸໄດ້ບັນດາຂໍ້ຕົກລົງກ່ຽວກັບພິທີການ, ບັນດາມາດຕະການດ້ານປ້ອງກັນຄວາມສະຫງົບ ແລະ ການໃຫ້ຂ່າວກ່ຽວກັບການພົບປະສຸດຍອດ ລະຫວ່າງ ສ ເກົາຫຼີ ແລະ ສປປ ເກົາຫຼີ ເຊິ່ງຄາດວ່າຈະຈັດຕັ້ງຢູ່ໝູ່ບ້ານຢຸດຮົບ Panmunjom, ໃນຕອນເຊົ້າວັນທີ 27 ເມສາ.

        ຕາມໂຄສົກທຳນຽບປະທານາທິບໍດີ ສ ເກົາຫຼີ ແລ້ວ, ສ ເກົາຫຼີ ແລະ ສປປ ເກົາຫຼີ ເຫັນດີເປັນເອກະພາບອະນຸຍາດໃຫ້ຖ່າຍທອດສົດການພົບປະສຸດຍອດຄັ້ງນີ້. ພຽງຢາງອະນຸຍາດອອກ ເຊີອຸນ ໃຫ້ຂ່າວກ່ຽວກັບການພົບປະສຸດຍອດນີ້ກ່ອນທີ່ການນຳ ສປປ ເກົາຫຼີ ໄປເຖິງເຂດຊາຍແດນລະຫວ່າງ 2 ປະເທດ.

        ຕາມແຜນການແລ້ວ, ສປປ ເກົາຫຼີ ຈະສົ່ງຄະນະໜຶ່ງໄປເຖິງໝູ່ບ້ານຢຸດຮົບ Panmunjom ຢູ່ຝ່າຍ ສ ເກົາຫຼີ ໃນວັນທີ 25 ເມສາ ເພື່ອດຳເນີນບັນດາບາດກ້າວກະກຽມສຸດທ້າຍໃຫ້ແກ່ການພົບປະສຸດຍອດຄັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ