ສິງ​ກະ​ໂປ​ສະ​ໜັບ​ສະ​ໜູນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ອາ​ຊຽນ ​ໃນ​ການ​ປັ​ບ​ປຸງ​ສະ​ພາບ​ການ​ຢູ່​ລັດ Rakhine ຂອງ ມຽ​ນ​ມາ

(VOVWORLD) -ໃນວັນທີ 5 ມີນາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ສິງປະໂປ Vivian Balakrishnan ໃຫ້ຮູ້ວ່າ ໃນຂອບເຂດການເຄື່ອນໄຫວໜູນຊ່ວຍ, ປະເທດນີ້ ໄດ້ປະກອບຈຳນວນເງິນກ່ວາ 1 ລ້ານ SGD ເພື່ອໜູນຊ່ວຍດ້ານມະນຸດສະທຳໃຫ້ແກ່ ບັງລາເທດ ແລະ ມຽນມາ
ສິງ​ກະ​ໂປ​ສະ​ໜັບ​ສະ​ໜູນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ອາ​ຊຽນ ​ໃນ​ການ​ປັ​ບ​ປຸງ​ສະ​ພາບ​ການ​ຢູ່​ລັດ Rakhine ຂອງ ມຽ​ນ​ມາ - ảnh 1ພາບປະກອບ: AFP/TTXVN

ສິງກະໂປໄດ້ສະໜັບສະໜູນຢ່າງແຮງບັນດາຄວາມມານະພະຍາຍາມຂອງ ອາຊຽນ ເພື່ອຊ່ວຍເຫຼືອປັບປຸງສະພາບການຢູ່ລັດ Rakhine ຂອງມຽນມາ ແລະ ພ້ອມແລ້ວທີ່ຈະສົ່ງງວດສິນຄ້າກູ້ຊ່ວຍຜູ້ລີ້ໄພ Rohingya ຢູ່ ບັງລາເທດ ຕື່ມອີກ. ຕາມນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ສິງປະໂປແລ້ວ, ໃນວັນທີ 5 ມີນາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ສິງປະໂປ Vivian Balakrishnan ໃຫ້ຮູ້ວ່າ ໃນຂອບເຂດການເຄື່ອນໄຫວໜູນຊ່ວຍ, ປະເທດນີ້ ໄດ້ປະກອບຈຳນວນເງິນກ່ວາ 1 ລ້ານ SGD ເພື່ອໜູນຊ່ວຍດ້ານມະນຸດສະທຳໃຫ້ແກ່ ບັງລາເທດ ແລະ ມຽນມາ, ພ້ອມທັງກໍ່ປະກອບສ່ວນເຂົ້າໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ. ທ່ານລັດຖະມົນຕີການຕ່າງປະເທດ Balakrishnan ໄດ້ເນັ້ນໜັ້ກວ່າ ສິງກະໂປ ສະໜັບສະໜູນຢ່າງແຮງ ບັນດາຄວາມມານະພະຍາຍາມຂອງ ອາຊຽນ ໃນການປັບປຸງສະພາບການຢູ່ ລັດ Rakhine ຜ່ານບັນດາໂຄງການ. ທ່ານຊີ້ແຈ້ງວ່າ ສິງກະໂປ ພ້ອມແລ້ວທີ່ຈະໜູນຊ່ວຍການຕີລາຄາຄວາມຕ້ອງການຢ່າງຮອບດ້ານໃນອະນາຄົດ ເມື່ອວິວັດການກັບຄືນບ້ານເກີດເມືອງນອນຂອງຊາວ Rohingya ຈະເລີ່ມຕົ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ