ສິງກະໂປຮຽກຮ້ອງໃຫ້ບັນດາປະເທດອາຊຽນສາມັກຄີກັນຕ້ານລັດທິອາລັກຂາ

(VOVWORLD) -ວັນທີ 21 ພຶດສະພາ, ທ່ານລັດຖະມົນຕີການຄ້າ ແລະ ອຸດສາຫະກຳສິງກະໂປ Chan Chun Sing ຖືວ່າ, ອາຊຽນ ຄວນເປັນເອກະພາບທັດສະນະສະໜັບສະໜູນຄວາມເສລີດ້ານການຄ້າ ໂດຍອີງໃສ່ບັນດາກົດໝາຍໃນການຕໍ່ສູ້, ຕ້ານຄືນລັດທິອາລັກຂາດ້ານການຄ້າ.

ສິງກະໂປຮຽກຮ້ອງໃຫ້ບັນດາປະເທດອາຊຽນສາມັກຄີກັນຕ້ານລັດທິອາລັກຂາ - ảnh 1ທ່ານລັດຖະມົນຕີການຄ້າ ແລະ ອຸດສາຫະກຳສິງກະໂປ Chan Chun Sing

(ພາບປະກອບ: straitstimes.com)

ຄຳຖະແຫຼງເຊິ່ງທ່ານ Chan ຍົກອອກມາທີ່ເວທີປາໄສບັນດາການນຳ ໂດຍໜັງສືພິມ Business Times ຈັດຕັ້ງ ດ້ວຍຫົວຂໍ້ອາຊຽນ. ທ່ານ Chan ເນັ້ນໜັກວ່າ, ອາຊຽນ ຕ້ອງຢືນຢັນຄືນໃໝ່ຄວາມຕັດສິນໃຈຢືດໝັ້ນກັບລັດທິການຄ້າເປີດປະຕູໃນພາກພື້ນ, ເພີ່ມທະວີການເຊື່ອມໂຍງຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ສາມັກຄີເພື່ອອອກຖະແຫຼງການຮ່ວມທີ່ເຂັ້ມແຂງ ສະໜັບສະໜູນລະບົບການຄ້າເສລີ, ເປີດປະຕູ, ອີງໃສ່ຂໍ້ກຳນົດກົດໝາຍ ແລະ ໜູນຊ່ວຍເຊິ່ງກັນແລະ ກັນ. ອາຊຽນ ຄວນສືບຕໍ່ຊຸກຍູ້ການເຊື່ອມໂຍງດ້ານເສດຖະກິດ ແລະ ຄວາມມານະພະຍາຍາມເພື່ອບັນລຸໄດ້ການເຊື່ອມຕໍ່ຢ່າງເລິກເຊິ່ງກວ້າງຂວາງກວ່າລະຫວ່າງບັນດາປະເທດສະມາຊິກ…

ຕອບກັບ

ຂ່າວ/ບົດ​ອື່ນ