ສົ່ງເສີມການລົງທຶນເຂົ້າເຂດສາມຫຼ່ຽມພັດທະນາກຳປູເຈຍ - ລາວ - ຫວຽດນາມ

ສົ່ງເສີມການລົງທຶນເຂົ້າເຂດສາມຫຼ່ຽມພັດທະນາກຳປູເຈຍ - ລາວ - ຫວຽດນາມ  - ảnh 1

ກອງ​ປະຊຸມສົ່ງ​ເສີມ​ການ​ລົງທຶນ​, ກ້ານ​ຄ້າ​ ແລະ ການທ່ອງທ່ຽວ​
ຢູ່ເຂດ​ສາມຫຼ່ຽມ​ພັດທະນາຫວຽດນາມ - ລາວ - ກຳປູ​ເຈຍ

(ພາບ: sggp.org.vn)

​(vovworld) - ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ຄະນະ​ກຳມະການ​ປະສານ​ງານ​ຮ່ວມ​ກ່ຽວ​ກັບ ສາມຫຼ່ຽມ​ພັດທະນາ​ກຳປູ​ເຈຍ - ລາວ - ຫວຽດນາມ ຄັ້ງ​ທີ 8, ຕອນ​ເຊົ້າ​ວັນ​ທີ 5/12, ຢູ່​ນະຄອນ ກອນ​ຕຸ​ມ ​ໄດ້​ດຳ​ເນີນ​ກອງ​ປະຊຸມສົ່ງ​ເສີມ​ການ​ລົງທຶນ​, ກ້ານ​ຄ້າ​ ແລະ ການທ່ອງທ່ຽວ​ຢູ່ເຂດ​ສາມຫຼ່ຽມ​ພັດທະນາຄັ້ງ​ທີ 7. ​ໃນ​ປີຜ່ານມາ, ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລົງທຶນ​, ກ້ານ​ຄ້າ ​ແລະ ການທ່ອງທ່ຽວ ລະຫວ່າງ​ສາມ​ປະ​ເທດ​ຫວຽດນາມ - ລາວ - ກຳປູ​ເຈຍ ​ໄດ້​ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ. ຍອດ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ລະຫວ່າງ​ຫວຽດນາມ - ລາວ​ໃນ​ປີ 2012 ບັນລຸ​ເກືອບ 900 ລ້ານ USD, ​ເພີ່ມ​ຂຶ້ນ 18% ​ເມື່ອ​ທຽບ​ໃສ່​ປີ 2011. ຍອດ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ລະຫວ່າງ​ຫວຽດນາມ - ກຳປູ​ເຈຍ​ ທັງ​ປີ 2012 ຄາດ​ວ່າ​ບັນລຸກວ່າ 3,2 ຕື້ USD, ​ເພີ່ມ​ຂຶ້ນ 14%. ຢູ່ 5 ​ແຂວງ​ຂອງ​ຫວຽດນາມ​ທີ່​ຂຶ້ນ​ກັບ​ເຂດ​ສາມຫຼ່ຽມ​ພັດທະນາ. ລາວ​ມີ 5 ​ໂຄງການ​ລົງທຶນ ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ແມ່ນ​ກວ່າ 77 ລ້ານ USD. ສ່ວນ​ກຳປູ​ເຈຍ ​ມີ 2 ​ໂຄງການ, ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ແມ່ນ​ກວ່າ 18 ລ້ານ USD. ທ່ານ ດັ້ງ​ຊວນ​ກວາງ, ຮອງ​ຫົວໜ້າ​ກົມ​ລົງທຶນ​ຕ່າງປະ​ເທດ, ກະຊວງ​ແຜນການ ​ແລະ ການ​ລົງທຶນ, ​ໃຫ້​ຮູ້​ວ່າ:

”ກ່ຽວ​ກັບ​ທາງ​ຝ່າຍ​ຫວຽດນາມ, ລັດຖະບານ, ກະຊວງ​ແຜນການ ​ແລະ ການ​ລົງທຶນ, ພິ​ເສດ​ແມ່ນ​ກົມ​ລົງທຶນ​ຕ່າງປະ​ເທດ​ມີ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ ​ແລະ ມີ​ຫຼາຍ​ໂຄງການ​ດຳ​ເນີນ​ງານ, ​ໂຄງການ​ສົ່ງ​ເສີມ​ການ​ລົງທຶນ ​ເພື່ອ​ຍູ້​ແຮງ​ການ​ລົງທຶນ​ເຂົ້າ​ເຂດ​ດັ່ງກ່າວ. ​ແຕ່, ຂ້າພະ​ເຈົ້າ​ຖື​ວ່າ, ມັນ​ຈະ​ມີ​ປະສິດທິ​ຜົນ​ກວ່າ​ຫຼາຍ, ຖ້າ​ຫາກ​ວ່າ​ລະຫວ່າງ​ສາມ​ປະ​ເທດ​ຫວຽດນາມ - ລາວ - ກຳປູ​ເຈຍ ມີ​ຄວາມ​ເຫັນ​ດີ​ເປັນ​ເອກະ​ພາບ​ຕໍ່​ບັນດາ​ໂຄງການ​ດຳ​ເນີນ​ງານ​ຮ່ວມ, ​ເພື່ອ​ສົມທົບ​ແຫຼ່ງກຳລັງ​ຂອງ​ທຸກ​ປະ​ເທດ, ​ແນ​ໃສ່​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ລົງທຶນ​ເຂົ້າ​ເຂດ​ສາມຫຼ່ຽມ​ພັດທະນາ​ໃນ​ໄລຍະ​ຈະ​ມາ​ເຖິງ”.

ຂ່າວ/ບົດ​ອື່ນ