ສູ້ຊົນກໍ່ສ້າງນະຄອນຕາມກີໃຫ້ນັບມື້ນັບສວຍງາມ,ທັນສະໄໝ

ສູ້ຊົນກໍ່ສ້າງນະຄອນຕາມກີໃຫ້ນັບມື້ນັບສວຍງາມ,ທັນສະໄໝ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ ເຂົ້າ​ຮ່ວມ
ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 110 ປີແຫ່ງເມືອງ​ຕາມ​ກີ
(ພາບ: VGP)

(vovworld) - ຕອນ​ຄ່ຳ​ວັນ​ທີ 24/08, ຢູ່​ນະ​ຄອນ ຕາມ​ກີ, ແຂວງກວາງ​ນາມ, ໄດ້​ດຳ​ເນີນ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 110 ປີແຫ່ງເມືອງ​ຕາມ​ກີ (1906 - 2016), ຕ້ອນ​ຮັບຫຼຽນ​ໄຊ​ເອ​ກະ​ລາດ​ຊັ້ນ 3 ແລະ ຕ້ອນ​ຮັບ​ຂໍ້​ຕົກ​ລົງ​ຮັບ​ຮອງ​ເອົາ​ເປັນ​ນະ​ຄອນຊັ້ນ 2 ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ. ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ຢູ່​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ໜັກ​ວ່າ, ໃນ​ຊຸມ​ປີ​ຜ່ານ​ມາ, ແຂວງ ກວາງ​ນາມ ບັນ​ລ​ຸ​ໄດ້​ບັນ​ດາ​ຜົນ​ງານ​ອັນ​ໃຫຍ່​ຫຼວງ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ; ບັນ​ດາ​ເຂດ​ເສດ​ຖະ​ກິດ, ເຂດ​ອຸດ​ສາ​ຫະ​ກຳ, ເຂດ​ຕົວ​ເມືອງ​ໄດ້​ພັດ​ທະ​ນາ​ຢ່າງ​ແຮງ; ກຳ​ລັງ​ຜະ​ລິດ​ເພີ່ມ​ຂຶ້ນ​ຢ່າງ​ໄວ ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ທ້ອງ​ຖິ່ນ​ມີ​ລາຍ​ຮັບ​ງົບ​ປະ​ມ​ານ​ຫຼາຍ​ຢູ່​ພາກ​ກາງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ ໄດ້​ຊີ້​ແຈ້ງ​ບັນ​ດາ​ໜ້າ​ທີ່​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງວ່າ.

        “ຕ້ອງ​ປະ​ຕິ​ບັດ​ການກໍ່​ສ້າງ ແລະ ຄຸ້ມ​ຄອງ​ການວາງ​ແຜນ​ຕົວ​ເມືອງ​ໃຫ້​ເປັນ​ຢ່າງ​ດີ, ສູ້​ຊົນ​ກໍ່​ສ້າງ​ນະ​ຄອນ​ຕາມ​ກີ ໃຫ້​ນັບ​ມື້​ນັບ​​ໂຫຍ່​ໂຕ​ໂ​ອ​ໂຖງ, ທັນ​ສະ​ໄໝ, ຂຽວ - ສະ​ອາດ - ສວຍ​ງາມ, ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ລົງ​ຊີ​ວິດ ແລະ ພັດ​ທະ​ນາ​ແບບ​ຍື​ນ​ຍົງ​ໃຫ້ປະ​ຊາ​ຊົນ. ສຸ​ມ​ໃສ່​ລົງ​ທຶນ, ຍົກ​ລະ​ດັບ, ປັບ​ປຸງ​ພື້ນ​ຖານ​ໂຄງ​ລ່າງ​ຕົວ​ເມືອງ ແລະ ບັນ​ດາລະ​ບອບ​​ວັດ​ທະ​ນະ​ທຳ, ສັງ​ຄົມ​ໃຫ້​ສຳ​ເລັດ. ປະ​ຕິ​ບັດ​ການ​ອະ​ນຸ​ລັກ​ຮັກ​ສາ, ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າປູ​ຊະ​ນີ​ຍະ​ສະ​ຖານ​ວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ​ໃຫ້​ເປັນ​ຢ່າ​ງ​ດີ. ສຸມ​ໃສ່​ພັດ​ທະ​ນາ​ດ້ານ​ການ​ຄ້າ, ການ​ບໍ​ລິ​ການ ແລະ ອຸດ​ສາ​ຫະ​ກຳ; ເພີ່ມ​ທະ​ວີ​ການ​ສົ່ງ​ເສີມ​ການ​ລົງ​ທຶນ; ສືບ​ຕໍ່​ເປີດກວ້າງ ແລະ ພັດ​ທະ​ນາ​ບັນ​ດາ​ເຂດ, ກ​ຸ່ມອ​ຸ​ດສາ​ຫະ​ກຳ​ໃນ​ບໍ​ລິ​ເວນ​, ສ້າງບັນ​ດາວຽກ​ເຮັດ​ງານ​ທຳ ແລະ ເພີ່ມ​ລາຍ​ຮັບ​ໃຫ້​ແກ່​ປະ​ຊາ​ຊົນ…”

ຂ່າວ/ບົດ​ອື່ນ