ສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນປຸກລະດົມບຸນເຕັດປູກຕົ້ນໄມ້ຢູ່ຮ່າຕີ້ງ

ສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນປຸກລະດົມບຸນເຕັດປູກຕົ້ນໄມ້ຢູ່ຮ່າຕີ້ງ - ảnh 1
(ສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ
ປຸກລະດົມບຸນເຕັດປູກຕົ້ນໄມ້ຢູ່ຮ່າຕີ້ງ)


(vovworld) –​ ​ຕອນ​ເຊົ້າ​ວັ​ນ​ທີ 19/02, ຢູ່​ແຂວງ​ຮ່າ​ຕີ້ງ, ສູນ​ກາງ​ຊາວ​ໜຸ່ມກອມ​ມູ​ນິດ​ໂຮ່​ຈິ​ມິນ​ ໄດ້​ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ຮ່າ​ຕີ້ງ ຈັດ​ຕັ້ງ​ບຸນ​ເຕັດ​ປູກ​ຕົ້ນ​ໄມ້ ຮູ້​ບຸນ​ຄຸນ​ປະ​ທານ​ໂຮ່​ຈິ​ມິນຕະ​ຫຼອດ​ໄປ ບຸນ​ເຕັດ​ປີ​ວອກ 2016, ດ້ວຍ​ກາ​ນ​ເຂົ້າ​ຮ່ວມ​ຂອງ​ສະ​ມາ​ຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ ແລະ ປະ​ຊາ​ຊົນ​ແຂວງ​ຮ່າ​ຕີ້ງ 1.000 ຄົນ. ອ້າຍ ຫງວຽນ​ດັກ​ວິງ, ເລ​ຂາ​ຜູ້​ທີ​ໜຶ່ງ​ສູນ​ກາງ​ຊາວ​ໜຸ່ມກອມ​ມູ​ນິດ​ໂຮ່​ຈິ​ມິນ ໃຫ້​ຮູ້​ວ່າ.

      “ຄະ​ນະ​ຊາວ​ໜຸ່ມ​ທຸກ​ຂັ້ນ ອີງ​ໃສ່​ເງື່ອນ​ໄຂ​ລະ​ອຽດ​ຂອງ​ທ້ອງ​ຖິ່ນ​ເພື່ອ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ ​ບັນ​ດາ​ການ​ເຄື່ອນ​ໄຫວປູກ​ຕົ້ນ​ໄມ້ ຮູ້​ບຸນ​ຄຸນ​ປະ​ທານ​ໂຮ່​ຈິ​ມິນຕະ​ຫຼອດ​ໄປ ຢ່າງກວ້າງ​ຂ​ວາງ ແລະ ມີ​ປະ​ສິດ​ທິ​ຜົນ. ໃນ​ນັ້​ນ​ເອົາ​ໃຈ​ໃສ່​ເຖິງ​ການ​ປູກ​ຕົ້​ນ​ໄມ້​ໃນ​ເຂດ​ຊຸມ​ຊົນ, ປູກ​ຕົ້​ນ​ໄມ້​ເຂດ​ປ່ານ​້ຳ​ເຂັມ, ປ່າ​ປ້ອງ​ກັນ… ປະ​ຕິ​ບັດວຽກ​ງານ​ໂຄ​ສະ​ນາ, ຂົນ​ຂວາຍ​ສະ​ມາ​ຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ​ເຍ​ົາ​ວະ​ຊົນ ເຂົ້າ​ຮ່ວມ​ການ​ປູກ​ປ່າ, ປົກ​ປັກ​ຮັກ​ສາປ່າ ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ປົ​ກ​ປັກ​ຮັກ​ສາ​ຊີ​ວະ​ນາໆ​ພັນ​, ປະ​ກອບ​ສ່ວນ​ຫຼຸ​ດ​ຜ່ອນ​ໄພ​ທ​ຳ​ມະ​ຊາດ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ”.

ຂ່າວ/ບົດ​ອື່ນ