ສູນກາງສະຫະພັນແມ່ຍິງຫວຽດນາມຈັດຕັ້ງລາຍການ “ຮ່ວມເດີນທາງພ້ອມກັບທະເລໝູ່ເກາະບ້ານເກີດເມືອງນອນ”

ສູນກາງສະຫະພັນແມ່ຍິງຫວຽດນາມຈັດຕັ້ງລາຍການ “ຮ່ວມເດີນທາງພ້ອມກັບທະເລໝູ່ເກາະບ້ານເກີດເມືອງນອນ” - ảnh 1
ເມືອງ​ເກາະ ລີ​ເຊີນ ​(ພາບປະກອບ)

(vovworld) – ​ໃນ​ລະຫວ່າງ​ວັນ​ທີ 16 – 17/5 ຢູ່​ເມືອງ​ເກາະ ລີ​ເຊີນ ​ແຂວງ ກວາງ​ຫງາຍ. ຄະນະ​ປະຕິບັດ​ງານ​ຂອງ​ສູນ​ກາງ​​ສະຫະພັນ​ແມ່ຍິງ ຫວຽດນາມ, ສະຫະພັນ​ແມ່ຍິງນະຄອນ ດ່າ​ໜັງ ​ແລະ ​ແຂວງ ກວາງ​ຫງາຍ ຈັດ​ຕັ້ງ​ລາຍການ “ຮ່ວມ​​ເດີນທາງ​ພ້ອມກັບທະ​ເລໝູ່​ເກາະບ້ານ​ເກີດ​ເມືອງ​ນອນ”. ລາຍການ​ໄດ້​ມອບ​ເງິນ​ຈຳນວນ 50 ລ້ານ​ດົງ ​ແລະ ​ຂອງຂວັນ​ເກືອບ 80 ພູດໃຫ້​​ແກ່ສະມາຄົມ​ແມ່ຍິງ​ເມືອງ; ມອບ​ທຶນ​ສຶກສານັບ​ສິບ​ທຶນໃຫ້​ນັກຮຽນ​​ເປັນ​ລູກຫຼານຂອງ​ຊາວ​ປະມົງຜູ້​ຖືກ​ເສຍ​ຊີ​ວີ​ດ​ເມື່ອ​ຫາ​ປາ​ໃນ​ເຂດ​ທະ​ເລ ຮ່ວາງ​ຊາ, ​ເຈື່ອງ​ຊາ; ມອບ​ຂອງຂວັນ​ໃຫ້​ພະນັກງານ, ນັກຮົບ​ທີ່​ປະສົບກັບ​ຄວາມ​ຫຍຸ້ງ​ຍາກຂຶ້ນ​ກັບ​ກຳລັງປະ​ກອບ​ອາວຸດ​ພວມ​ປະຕິບັດ​ໜ້າ​ທີ່​ປົກ​ປັກ​ຮັກສາ​​ເຂດໝູ່​ເກາະທະ​ເລ, ​ແຕ່ລະພູດ​ມີ​ມູນ​ຄ່າ​ແຕ່ 500.000 ​ເຖິງ 1 ລ້ານ ດົງ.

         ລາຍການ “ຮ່ວມ​​ເດີນທາງພ້ອມ​ກັບທະ​ເລໝູ່​ເກາະບ້ານ​ເກີດ​ເມືອງ​ນອນ” ນອນ​ໃນຂອບ​ເຂດ​ການເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 125 ປີ ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະ​ທານ ​ໂຮ່ຈີ​ມິນ, ​ເພື່ອ​ແບ່ງປັນ​ນຳ​້ໃຈຄວາມ​ຮັກ​ແພງ​ລະຫວ່າງດິນ​ຕໍ່​ແຜນ​ກັບ​ໝູ່​ເກາະ​ທີ່​ຫ່າງ​ໄກ, ​ເພີ່ມ​ທະວີ​ການ​ສົມທົບ​ລະຫວ່າງ​ບັນດາ​ສະມາຄົມ​ແມ່ຍິງຂັ້ນ​ຕ່າງໆ ​ແລະ ບັນດາ​ກົມກອງ​ກຳລັງ​ປະກອບ​ອາ​ວຸດຢ່າງ​ແໜ້ນ​ແຟ້ນ.

ຂ່າວ/ບົດ​ອື່ນ