ສິນ​ຄ້າ​ສາ​ມາດ​ຜ່ານ​ດ່ານຂົວ​ບັກ​ລວນ II, ດ່າ​ນ​ຊາຍ​ແດນ​ສາ​ກົນ ມ໊ອງ​ກ໊າຍ, ​ກ໋ວາງ​ນິ​ງ​ຄືນໃໝ່

(VOVWORLD) -ສິນຄ້າສາມາດຜ່ານດ່ານຂົວບັກລວນ II, ດ່ານຊາຍແດນສາກົນ ມ໊ອງກ໊າຍຄືນໃໝ່ເລີ່ມແຕ່ວັນທີ 7 ກຸມພາ. ນີ້ແມ່ນໝາກຜົນຂອງການພົບປະເຈລະຈາທີ່ຜ່ານມາລະຫວ່າງ ອຳນາດການປົກຄອງນະຄອນ ມ໊ອງກ໊າຍ, ແຂວງກ໋ວາງນິງ (ຫວຽດນາມ) ແລະ ນະຄອນ ຕຸງຊິງ (ປະເທດຈີນ).
ສິນ​ຄ້າ​ສາ​ມາດ​ຜ່ານ​ດ່ານຂົວ​ບັກ​ລວນ II, ດ່າ​ນ​ຊາຍ​ແດນ​ສາ​ກົນ ມ໊ອງ​ກ໊າຍ, ​ກ໋ວາງ​ນິ​ງ​ຄືນໃໝ່ - ảnh 1 ເຈົ້າໜ້າທີ່ກວດພະຍາດຜູ້ເຂົ້າເມືອງຢູ່ ດ່ານຊາຍແດນ ກ໋ວາງນິງ (ພາບ: TTXVN)

ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ມີການຊີ້ນຳກ່ຽວກັບການຮັບປະກັນການເຄື່ອນໄຫວນຳເຂົ້າ - ສົ່ງອອກ, ຂົນສົ່ງສິນຄ້າຜ່ານຊາຍແດນໄດ້ດຳເນີນຢ່າງເປັນປົກປະຕິ, ພ້ອມທັງຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງ ວຽກງານປ້ອງກັນ, ຕ້ານພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ (ເຊື້ອພະຍາດ nCoV).

ຕອບກັບ

ຂ່າວ/ບົດ​ອື່ນ