ສັນຍາ EVFTA: ​ກໍາລັງ​ດັນ​ຊຸກຍູ້​ໃຫ້​ແກ່​ຂະ​ແໜງອະສັງຫາລິມະ​ຊັບ​ອຸດ​ສາ​ຫະກໍາ​ຫວຽດນາມ

(VOVWORLD) -ບັນດານັກຊ່ຽວຊານ ໃຫ້ຂໍ້ສັງເກດວ່າ, ຄາດວ່າ ສັນຍາການຄ້າເສລີ ລະຫວ່າງ ອີຢູ ແລະ ຫວຽດນາມ (EVFTA) ຈະມີຜົນບັງຄັບໃຊ້ນັບແຕ່ເດືອນສິງຫານີ້ ຈະຊຸກຍູ້ບັນດາການຜັນປ່ຽນຢ່າງຕັ້ງໜ້າໃຫ້ແກ່ຕະຫຼາດອະສັງຫາລິມະຊັບອຸດສາຫະກໍາ ຫວຽດນາມ.

        ທ່ານ ເລຈ້ອງຫ໊ຽວ, ຜູ້ອໍານວຍການພາກສ່ວນທີ່ປຶກສາ ແລະ ຕິດຕໍ່ແລກປ່ຽນ - ການບໍລິການ ອະສັງຫາລິມະຊັບ ອຸດສາຫະກໍາ ຂອງບໍລິສັດ CBRE ຫວຽດນາມ ໄຈ້ແຍກວ່າ, ສັນຍາ EVFTA ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງແກ່ສະພາບການເສດຖະກິດຂອງຫວຽດນາມ, ພ້ອມທັງແມ່ນກໍາລັງໜູນຟື້ນຟູເສດຖະກິດພາຍຫຼັງໂລກລະບາດ - 19. ພິເສດ, ຜົນສໍາເລັດຂອງຫວຽດນາມໃນວຽກງານປ້ອງກັນ, ສະກັດກ້ັນໂລກລະບາດໃນໄລຍະຜ່ານມາ ໄດ້ຊ່ວຍໃຫ້ຫວຽດນາມ ສືບຕໍ່ຕ້ອນຮັບກະແສຟອງຫັນປ່ຽນຂອງບັນດາບໍລິສັດຜະລິດ.

        ໜຶ່ງໃນບັນດາຂົງເຂດ ໂດຍບັນດາບໍລິສັດສະໜອງລະດັບ 1 ພວມເປີດກວ້າງຢ່າງວ່ອງໄວຢູ່ຕະຫຼາດຫວຽດນາມ ນັ້ນແມ່ນ ເຄື່ອງອາໄຫຼ່, ສິ້ນສ່ວນລົດໂອໂຕ. ບັນດາເຂດອຸດສາຫະກໍາທີ່ຕັ້ງຢູ່ໃກ້ທ່າກໍ່າປັ່ນ ຫຼື ຢູ່ເຂດຜະລິດລົດໂອໂຕ ຈະໄດ້ແມ່ນຈຸດໃຈກາງດຶງດູດນັກລົງທຶນໃໝ່ຫຼາຍແຫ່ງມາລົງທຶນ. ພ້ອມກັນນັ້ນ, ທ່າອຽງຫັນປ່ຽນການຜະລິດມາສູ່ຫວຽດນາມ ພ້ອມກັບກະແສເງິນລົງທຶນຕ່າງປະເທດເຂົ້າຫຼາຍຂົງເຂດຜະລິດນັ້ນ ກໍຈະເຮັດໃຫ້ຄວາມຕ້ອງການກ່ຽວກັບທີ່ດິນ ແລະ ໂຮງຈັກໂຮງງານເພີ່ມຂຶ້ນສູງ.


ຕອບກັບ

ຂ່າວ/ບົດ​ອື່ນ