ສັນຍາ EVFTA: ​ມາດ​ຕະການສໍາຄັນ ​ເພື່ອ​ບັນລຸ​ໄດ້​ບັນດາ​ຄາດໝາຍການ​ເຕີບ​ໂຕ

(VOVWORLD) -  ສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ແມ່ນມີຄວາມໝາຍສໍາຄັນ, ແມ່ນບາດກ້າວໃໝ່ໃນວິວັດທະນາການແຫ່ງການເຊື່ອມໂຍງຂອງຫວຽດນາມ ແລະ ແມ່ນມາດຕະການສໍາຄັນ ເພື່ອບັນລຸໄດ້ບັນດາຄາດໝາຍເຕີບໂຕຂອງຂະແໜງອຸດສາຫະກໍາ ແລະ ການຄ້າໃນສະພາບການ ໂລກ ພວມມີການຜັນແປບໍ່ສະດວກ.
ສັນຍາ EVFTA: ​ມາດ​ຕະການສໍາຄັນ ​ເພື່ອ​ບັນລຸ​ໄດ້​ບັນດາ​ຄາດໝາຍການ​ເຕີບ​ໂຕ - ảnh 1   ທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ເຈິ່ນຕ໊ວນແອັງ (ພາບ: Uyen Huong/BNEWS/TTXVN)

       ທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ເຈິ່ນຕ໊ວນແອັງ ຢັ້ງຢືນວ່າ ທີ່ການເຮັດວຽກໃນວັນທີ 04 ມີນາ ກັບການນໍາຫົວໜ່ວຍທີ່ກ່ຽວຂ້ອງ ກ່ຽວກັບວຽກງານການກະກຽມປະຕິບັດສັນຍາ EVFTA ເມື່ອມີຜົນສັກສິດຢ່າງເປັນທາງການ (ເຊິ່ງຄາດວ່າຈະມີຜົນສັກສິດໃນເດືອນກໍລະກົດຈະມາເຖິງ). ທ່ານລັດຖະມົນຕີ ເຈິ່ນຕ໊ວນແອັງ ກໍຮຽກຮ້ອງໃຫ້ການນໍາບັນດາຫົວໜ່ວຍກ່ຽວຂ້ອງ ຕ້ອງເປັນເຈົ້າການຕັ້ງໜ້າກະກຽມບັນດາເນື້ອໃນທີ່ຈໍາເປັນເພື່ອໃຫ້ສັນຍາສະບັບດັ່ງກ່າວໄດ້ຮັບການຜັນຂະຫຍາຍໂດຍໄວ. ປັດຈຸບັນ, ຫວຽດນາມ ໄດ້ເຮັດສໍາເລັດບັນດາບາດກ້າວພື້ນຖານແລ້ວ.

        ກ່ອນໜ້ານັ້ນ, ວັນທີ 12 ມີນາ ຈະມາເຖິງ, ທາງຝ່າຍ ອີຢູ ຈະສໍາເລັດບັນດາລະບຽບການຢູ່ສະພາເອີຣົບ, ກຽມພ້ອມໃຫ້ແກ່ຂັ້ນຕອນຈັດຕັ້ງປະຕິບັດ. ອີຢູ ໄດ້ເປັນເຈົ້າການສ້າງຮ່າງເອກະສານສະບັບຕ່າງໆ ກ່ອນຈະຍື່ນສະເໜີຕໍ່ ລັດຖະສະພາເອີຣົບ. ສະນັ້ນ ອາດຈະສາມາດປະຕິບັດສັນຍາສະບັບນີ້ໄດ້ເລີຍ.


ຕອບກັບ

ຂ່າວ/ບົດ​ອື່ນ