ສູນວັດທະນະທຳອິນເດຍປະຈຳຮ່າໂນ້ຍຈັດຕັ້ງກອງປະຊຸມສຳມະນາ “Yoga ເພື່ອສຸຂະພາບແຂງແຮງ”

(VOVWORLD) -ຕອນຄ່ຳວັນທີ 07 ກັນຍາ, ສູນວັດທະນະທຳອິນເດຍ ປະຈຳຮ່າໂນ້ຍ ໄດ້ຈັດກອງປະຊຸມສຳມະນາ “Yoga ເພື່ອສຸຂະພາບແຂງແຮງ”.
ສູນວັດທະນະທຳອິນເດຍປະຈຳຮ່າໂນ້ຍຈັດຕັ້ງກອງປະຊຸມສຳມະນາ “Yoga ເພື່ອສຸຂະພາບແຂງແຮງ” - ảnh 1 (ພາບປະກອບ: hanoimoi.com.vn)

ທີ່ກອງປະຊຸມສຳມະນາ, ບັນດາຜູ້ນິຍົມ ແລະ ພວມເຂົາຮ່ວມຝຶກແອບ Yoga ມີໂອກາດຊອກຮູ້ບັນດາຄວາມຮູ້ທີ່ຈັບໃຈຈາກບັນດາຜູ້ແນະນຳ, ນັກຊ່ຽວຊານຂອງອິນເດຍ ຕື່ມອີກ. ເຂົ້າຮ່ວມເຫດການ, ທ່ານນາງ ເລຮ່ວາຍລິງ, ຢູ່ເມືອງບາດິ່ງ, ຮ່າໂນ້ຍ ໃຫ້ຮູ້ວ່າ.

        “ຂ້າພະເຈົ້າເຫັນວ່າ yoga ມີປະໂຫຍດໃຫ້ສຸຂະພາບ, ນັບແຕ່ຂ້າພະເຈົ້າຝຶກແອບ yoga, ນັ່ງສະມາທິນັ້ນ ກໍ່ເຮັດໃຫ້ສຸຂະພາບໄດ້ດີຂຶ້ນ. ນີ້ກໍ່ແມ່ນແຫ່ງຝຶກແອບ yoga ທີ່ຂ້າພະເຈົ້າມັກທີ່ສຸດຍ້ອນມັນມາຈາກອີນເດຍ ແລະ ມີຄູສອນທີ່ມີຄວາມເກັ່ງກ້າ. ຂ້າພະເຈົ້າມາສະຖານທີ່ແຫ່ງນີ້ໄດ້ພົບປະແລກປ່ຽນກັບໝູ່ເພື່ອນທີ່ໄດ້ມາຝຶກແອບ yoga ນຳກັນ, ຮູ້ສຶກວ່າມ່ວນຫຼາຍ, ພ້ອມທັງມີໂອກາດຝຶກແອບໃຫ້ຖືກຕ້ອງ ແລະ ຊັດເຈນ”.

ຕອບກັບ

ຂ່າວ/ບົດ​ອື່ນ