ສິ້ນສຸດການເລືອກຕັ້ງປະທານາທິບໍດີ ອາເມລິກາ

(vovworld) - ການ​ເລືອກ​ຕັ້ງປະທານາທິບ​ໍດີ ອາ​ເມ​ລິ​ກາ ຄັ້ງ​ທີ 45 ​ໄດ້​ອັດ​ລົງ. ໝາກຜົນ​ການ​ເລືອກ​ຕັ້ງ​​ໄດ້​ຮັບ​ການ​ປະກາດ​ໃນ​ເວລາ 8 ​ໂມງ​ຄ່ຳ​ຕາມ​ເວລາ​ວໍ​ຊິງ​ຕັນ. ການ​ຊ່ວງ​ເສັງ​ນີ້​ບາງ​ເທື່ອ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຕ້ອງ​ລໍຖ້າ​ຕື່ມ​ອີກ​ໄລຍະ​ຫນຶ່ງ​ຈຶ່ງ​ວ່າ ​ໄຜຈະ​ເປັນ​ຜູ້​ໄດ້ຮັບ​ໄຊຊະນະ​. ຄວາມ​ຈິງ​ແລ້ວ,​ ວິວັດ​ການນັບດ​ບັດ​ຢູ່​ບັນດາ​ລັດ​ຍຸດ​ທະ​ສາດ​ແມ່ນຈຸດ​ເວລາ​ເຄັ່ງ​ຕຶງທີ່​ສຸດ​ສຳລັບ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ສອງ​ທ່ານ ​ເພາະວ່າ​ຢູ່​ເຂດ​ນີ້ ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄດ້​ປ່ອນ​ບັດສະຫນັບສະຫນູນ​ໃຫ້​ແກ່ທັງ​ສອງ​ທ່ານ​ແມ່ນສະ​ເຫມີ​ກັນ. ບັນດາ​ລັດ​ຍຸດ​ທະ​ສາດ​ສິ້ນ​ສຸດ​ການ​ປ່ອນ​ບັດ​ທຳ​ອິດ​ແມ່ນ ລັດ Virginia ​ແລະ ລັດ Florida ​​​ໃນ​ເວລາ7 ​ໂມງ​ຄ່ຳ, ຫລັງ​ຈາກ​ນັ້ນ​ເຄິ່ງຊົ່ວ​ໂມ​ງແມ່ນ​ລັດ Ohio. 3 ລັດ​ນີ້​​ກວມຈຳ​ນວນ​ບັດ​ເຄິ່ງຫນຶ່ງ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ 9 ລັດທີ່ສວມ​ບົດບາດ​ຕັດສິນ​ຊີ້​ຂາດ​ຕໍ່​ການ​ເລືອກຕັ້ງ​ໃນ​ປີ​ນີ້. ສ່ວນ​ຢູ່​ລັດ Nevada, ໝາກຜົນ​ການສຳ​ຫລວດ​ຢູ່​ຫ້ອງ​ເລືອກ​ຕັ້ງ​ໃຫ້​ເຫັນ​ວ່າ: ອັດຕາ​ສ່ວນ​ຜູ້​ສະຫນັບສະຫນູນ​ ທ່ານ Obama ​ແລະ ທ່ານ Romney ​ແມ່ນ​ສະ​ເຫມີກັນ. ຕາມ​ໝາກຜົນ​ຈາກ​ການ​ສຳ​ຫຼວດ​ຄັ້ງ​ຫລ້າ​ສຸດ​ແລ້ວ, ທ່ານ Romney ​ຮັບ​ໄຊຊະນະ​ຢ່າງ​ຫນອ້ຍສຸດຢູ່ 4 ລັດ​ໃນ​ຈຳນວນລັດ​ຍຸດ​ທະ​ສາດ​ລວມມີ: Florida ດ້ວຍ​ບັດ​ສະຫນັບສະຫນູນ 29 ບັດ​ຈຶ່ງ​ສາມາດ​ກາ​ຍ​ເປັນ​ປະທານາທິບໍດີ ອາ​ເມ​ລິ​ກາ​ໄດ້. ​ໃນ​ຂະ​ນະ​ນັ້ນ ທ່ານ Obama ພຽງ​ຍາດ​ໄຊຊະນະ​ຢູ່​ລັດ Florida ຫລື​ລັດ Ohio ​ແລະ Wisconsin, ຫລື​ລັດ Ohio ​ແລະ Virginia ​​ກໍ່​ຈະກາຍ​ເປັນ​ປະທານາທິບໍດີ​ອາ​ເມ​ລິ​ກາ​​.

ຕອບກັບ

ຂ່າວ/ບົດ​ອື່ນ