ສິ້ນສຸດບັນດາການພົບປະຂັ້ນສູງຄັ້ງທຳອິດລະຫວ່າງອາເມລິກາ - ຈີນ

(VOVWORLD) -ບັນດາເຈົ້າໜ້າທີ່ແຖວໜ້າຂອງອາເມລິກາ ແລະ ຈີນ ຫາກໍ່ສິ້ນສຸດການປຶກສາຫາລືຢູ່ລັດ Alaska ເປັນເວລາ 2 ວັນ, ແຕ່ບໍ່ມີໝາກຜົນໃດທີ່ໄດ້ປະກາດ.

ແທນທີ່ນັ້ນ, ການພົບປະໂດຍກົງຄັ້ງທຳອິດລະຫວ່າງຜູ້ຕາງໜ້າ 2 ປະເທດ ນັບແຕ່ເມື່ອທ່ານ Joe Biden ຮັບດຳລົງຕຳແໜ່ງປະທານາທິບໍດີອາເມລິກາ, ໄດ້ດຶງດູດຄວາມສົນໃຈຈາກຫາງສຽງ ດ້ວຍການໂຕ້ຖຽງຢ່າງຮຸນແຮງໃນຕອນບ່າຍວັນທີ 18 ມີນາ (ຕາມເວລາທ້ອງຖິ່ນ), ອັນໄດ້ເປັນການສະແດງໃຫ້ເຫັນລະດັບຄວາມເຄັ່ງຕຶງ ແລະ ການປະເຊີນໜ້າລະຫວ່າງ 2 ຝ່າຍ. ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງສິ້ນສຸດການພົບປະ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Antony Blinken ໃຫ້ຮູ້ວ່າ: ແນ່ນອນວ່າ 2 ຝ່າຍຈະມີບາງຈຸດຂັດແຍ້ງກັນ, ແຕ່ໄດ້ມີການແລກປ່ຽນຢ່າງກົງໄປກົງມາກ່ຽວກັບບັນຫາ ອີຣານ, ສ.ເກົາຫຼີ, ອາບການິດສະຖານ ແລະ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ເຊິ່ງແມ່ນບັນດາຫົວເລື່ອງທີ່ 2 ປະເທດມີຜົນປະໂຫຍດສະຫຼັບກັນ. ທ່ານ Antony Blinken ຢືນຢັນວ່າ, ລັດຖະບານຂອງປະທານາທິບໍດີ Joe Biden ຈະປະຕິບັດການກະທຳຕາມທິດປົກປ້ອງຢ່າງຄົບຖ້ວນ, ຍົກສູງສິດຜົນປະໂຫຍດຂອງຜູ້ອອກແຮງງານ ແລະ ວິສາຫະກິດອາເມລິກາ.

        ໃນຂະນະນັ້ນ, ຄະນະຜູ້ແທນ ຈີນ ປະຕິເສດການຕອບຄຳຖາມຂອງບັນດານັກຂ່າວກ່ອນທີ່ອອກຈາກການພົບປະ.

ຕອບກັບ

ຂ່າວ/ບົດ​ອື່ນ