ສິ້ນສຸດໂຄງການບັນດານະຄອນຂອງໂລກຢູ່ຫວຽດນາມ

(VOVWORLD) - ໂຄງການບັນດານະຄອນຂອງໂລກຢູ່ ຫວຽດນາມ ໄດ້ສິ້ນສຸດລົງ. ນີ້ແມ່ນໂຄງການຊຸກຍູ້ການແລກປ່ຽນບົດຮຽນ ແລະ ບັນດາພຶດຕິກຳຕົວຈິງກ່ຽວກັບນະໂຍບາຍພັດທະນາຕົວເມືອງລະຫວ່າງສະຫະພາບເອີລົບ ແລະ ບັນດາປະເທດນອກກຸ່ມ.
ສິ້ນສຸດໂຄງການບັນດານະຄອນຂອງໂລກຢູ່ຫວຽດນາມ - ảnh 1(ພາບປະກອບ: TTXVN)

ໂຄງການບັນດານະຄອນຂອງໂລກຢູ່ ຫວຽດນາມໂດຍກົມໃຫຍ່ນະໂຍບາຍເຂດ ແລະ ຕົວເມືອງຄະນະກຳມະການເອີລົບ (DG REGIO) ຄຸ້ມຄອງ, ດ້ວຍຍອດມູນຄ່າ 700.000 ເອີໂຣ. ໂຄງການເພື່ອແນໃສ່ສ້າງຄວາມສະດວກໃຫ້ແກ່ການແລກປ່ຽນຂໍ້ມູນຂ່າວສານ ແລະ ບັນດາພຶດຕິກຳຕົວຈິງທີ່ດີ ກ່ຽວກັບບັນດາບັນຫານະໂຍບາຍພັດທະນາຕົວເມືອງ ແລະ ພາກພື້ນ.

        ຢູ່ ຫວຽດນາມ, ໂຄງການເລີ່ມຕົ້ນໃນເດືອນມິຖຸນາ 2017, ໃນນັ້ນນະຄອນ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ ສົມທົບກັບນະຄອນ Milan (ອີຕາລີ) ແລະ Kosice (ສະໂລວາກີ). ເລື່ອງສິ້ນສຸດໂຄງການໃນຄັ້ງນີ້ ພຽງແຕ່ແມ່ນບາດກ້າວເລີ່ມຕົ້ນ, ເພາະວ່າຜ່ານການພົວພັນໃນໄລຍະຜ່ານມາ, ບັນດາຝ່າຍຈະມີການຮ່ວມມືໃນຂົງເຂດເໝາະສົມຕ່າງໆຢ່າງລະອຽດ.

ຕອບກັບ

ຂ່າວ/ບົດ​ອື່ນ